• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກການທູດແລະສື່ມວນຊົນສາກົນອວນພອນວັນຊາດຫວຽດນາມ ທີ 2 ກັນຍາ

      ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ. ໃນໜ້າທຳອິດຂອງໜັງສືພິມ ປະເທດລາວ ໄດ້ລົງພິມບົດຂຽນ “ຂ່ຳນັບຊົມເຊີຍ 76 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ”.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken
(ພາບ: Reuters)
      ວັນທີ 01 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໄດ້ສົ່ງຄຳອວຍພອນເຖິງປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຊາດຫວຽດນາມ ທີ 2 ກັນຍາ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ, ໃນສະພາບໂລກລະບາດໂຄວິດ-19 ພວມກໍ່ຜົນເສຍຫາຍຢ່າງໜັກໜ່ວງໃນທົ່ວໂລກ ແລະ ທັງຢູ່ ຫວຽດນາມ ແລະ ອາເມລິກາ, 2 ປະເທດໄດ້ໜູນຊ່ວຍເຊິ່ງກັນແລະກັນໃນບັນດາຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ. ເລື່ອງອາເມລິກາ ສ້າງຕັ້ງຫ້ອງການຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນສະກັດກັ້ນໂລກລະບາດຢູ່ຮ່າໂນ້ຍ ນັ້ນ ເປັນພື້ນຖານໃໝ່ເພື່ອເພີ່ມທະວີການຮ່ວມມືຄວາມໝັ້ນຄົງດ້ານການແພດກັບຫວຽດນາມ ແລະ ທົ່ວເຂດມະຫາສະໝຸດອິນເດຍ - ປາຊີຟິກ.
(ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ)
      ວັນທີ 01 ກັນຍາ, ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ. ໃນໜ້າທຳອິດຂອງໜັງສືພິມ ປະເທດລາວ ໄດ້ລົງພິມບົດຂຽນ “ຂ່ຳນັບຊົມເຊີຍ 76 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ”. ບົດຂຽນໄດ້ຂຽນວ່າ, 76 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ມີຄວາມສາມັກຄີ ຮ່ວມແຮງຮ່ວມໃຈ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອຢຶດໝັ້ນປົກປັກຮັກສາປະເທດຊາດ, ປົກປັກຮັກສາເອກະລາດ, ເອລີພາບຂອງປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ໃນໂລກ.
      ບົດຂຽນໄດ້ຢືນຢັນຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ການນຳລຸ້ນຕ່າງໆໄດ້ກໍ່ຕັ້ງພື້ນຖານຢ່າງໝັ້ນຄົງໃຫ້ແກ່ສາຍພົວພັນສາມັກຄີແບບພິເສດລະຫວ່າງລາວ - ຫວຽດນາມ.
      ແລະກໍ່ໃນວັນທີ 01 ກັນຍາ, ບັນດາໜັງສື່ພິມໃຫຍ່ຂອງລາວຄື: ໜັງສືພິມປະຊາຊົນ, ໜັງສືພິມປະເທດລາວ ໄດ້ລົງພິມພາບ ແລະ ບົດກ່າວປາໄສຂອງທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລາວ ຫງວຽນບາຮຸ່ງ, ໂດຍເນັ້ນໜັກວ່າ, ຜ່ານ 76 ປີຜ່ານມາ, ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາຢ່າງໄວ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ, ຊີວິດຂອງປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top