• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີປາຍ​ຂອງ ຫວຽດ​ນາມ​ແມ່ນ​ສ້າງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ ອາ​ເມ​ລິ​ກາ

ຫວຽດນາມຍາມໃດກໍ່ຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນແຖວໜ້າ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນສ້າງການພົວພັນດ້ານເສດຖະກິດ, ການຄ້າໃຫ້ກົມກຽວ, ຍືນຍົງ, ມີສະຖຽນລະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບອາເມລິກາ
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Jamieson L. Greer ຫົວໜ້າຫ້ອງການການຄ້າ ອາເມລິກາ (ພາບ: MOIT)

ວັນທີ 13 ມີນາ, ຢູ່ສຳນັກງານຫ້ອງການຕາງໜ້າການຄ້າ ອາເມລິກາ (USTR) ຢູ່ວໍຊິງຕັນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Jamieson L. Greer ຫົວໜ້າຫ້ອງການການຄ້າ ອາເມລິກາ ເພື່ອແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາເມລິກາ. ນີ້ແມ່ນການເຮັດວຽກສຳຄັນ, ແບບເຊິ່ງໜ້າ ແລະ ທາງການທຳອິດຢູ່ຂັ້ນລັດຖະມົນຕີລະຫວ່າງສອງປະເທດນັບແຕ່ເວລາອາເມລິກາ ມີອຳນາດການປົກຄອງຊຸດໃໝ່.

ທີ່ການເຮັດວຽກ, ສອງຝ່າຍໄດ້ຢັ້ງຢືນວ່າ ເສົາຄ້ຳເສດຖະກິດ - ການຄ້າ - ການລົງທຶນສວມບົດບາດເປັນກຳລັງໜູນຫຼັກແຫຼ່ງໃນການຊຸກຍູ້ສັງລວມການພົວພັນສອງຝ່າຍ.

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນ ຫວຽດນາມຍາມໃດກໍ່ຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນແຖວໜ້າ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນສ້າງການພົວພັນດ້ານເສດຖະກິດ, ການຄ້າໃຫ້ກົມກຽວ, ຍືນຍົງ, ມີສະຖຽນລະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບອາເມລິກາ, ພ້ອມທັງບໍ່ມີເຈດຈຳນົງສ້າງຮົ້ວກີດຂວາງໃດທີ່ອາດຈະກໍ່ຜົນເສຍຫາຍຕໍ່ຜູ້ອອກແຮງງານ ຫຼືຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top