• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ວັດ​ຕະ​ກຳ ແລະ ການຮ່ວມ​ມື​ເພື່ອ​ແນ​ໃສ່ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ແຫຼ່ງ​ນ້ຳ ແລະ ການ​ພັດ​ທະ​ນາ​ເຂດ​ອ່າງ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ

ວັນທີ 5 ເມສາ, ຢູ່ກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ທີ່ໄດ້ດຳເນີນຢູ່ວຽງຈັນ, ປະເທດລາວ, ນາຍົກລັດຖະມົນຕີ ບັນດາປະເທດ:ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມ.
 
ການນຳບັນດາປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4

ຖະແຫຼງການຮ່ວມຮຽກຮ້ອງໃຫ້ຄະນະກຳມາທິການແມ່ນ້ຳຂອງ, ບັນດາຄູ່ຮ່ວມມື ແລະ ບັນດາຝ່າຍທີ່ກ່ຽວຂ້ອງສົມທົບກັນຊອກຫາວິທີການຢ່າງມີຫົວຄິດປະດິດສ້າງເພື່ອຮັບມືກັບບັນດາສິ່ງທ້າທາຍຂອງເຂດອ່າງແມ່ນ້ຳ ພວມປະສົບ, ໃນນັ້ນມີຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງກຳແໜ້ນກາລະໂອກາດ ແລະ ເພີ່ມທະວີການຮ່ວມມືເພື່ອເຂດອ່າງແມ່ນ້ຳຂອງຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ. ບັນດາຝ່າຍຕ້ອງກຳນົດວ່າບັນດາໂຄງການລົງທຶນລວມ ແລະ ໂຄງການແຫ່ງຊາດມີຄວາມໝ!ຍໃຫ້ແກ່ທົ່ວເຂດອ່າງແມ່ນ້ຳ, ແລະ ບັນດາການເຄື່ອນໄຫວໜູນຊ່ວຍທີ່ກ່ຽວຂ້ອງ ເພື່ອແນໃສ່ເພີ່ມທະວີການໜູນຊ່ວຍ ແລະ ຫຼຸດຜ່ອນຄວາມສ່ຽງວົງຄະນະຍາດ, ຍົກອອກບັນດາວິທີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ. ບັນດາການນຳໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ພ້ອມກັນເພີ່ມທະວີບົດບາດຂອງຄະນະກຳມາທິການເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ, ສະບຽງອາຫານ ແລະ ພະລັງງານ, ການພັດທະນາແບບຍືນຍົງກ່ຽວກັບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງເຂດອ່າງແມ່ນ້ຳຂອງ.

 

(ແຫຼ່ງຄັດຈາກ VOV)

ຜ່ານຜ່າພະຍາດໂຄວິດ-19 ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ

ຜ່ານຜ່າພະຍາດໂຄວິດ-19 ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ

ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດແລ້ວ, ດ້ວຍບັນດາມາດຖານດັ່ງກ່າວ, ຜູ້ຕິດພະຍາດໂຄວິດ-19 ແມ່ນນອນໃນກຸ່ມພະຍາດຕິດແປດກຸ່ມ B.

Top