• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ໂຮ່​ຈີ​ມິນ ​ສືບ​ຕໍ່​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ການ​ອອກ​ແຮງ​ງານ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ

ທ່ານນາງ Ingrid Christensen ເນັ້ນໜັ້ກວ່າ ILO ຈະສືບຕໍ່ສົມທົບກັບນະຄອນໃຫ້ຫຼາຍກ່ວາອີກ ໃນການເຄື່ອນໄຫວຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ, ນຳມາເຊິ່ງສະພາບແວດລ້ອມແຫ່ງການເຮັດວຽກທີ່ດີທີ່ສຸດໃຫ້ຜູ້ອອກແຮງງານ.
  ການເຮັດວຽກ ລະຫວ່າງສອງຝ່າຍ (ພາບ: TTXVN)  

 ຕອນບ່າຍວັນທີ 6 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານ ເຢືອງແອັງດຶກ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບທ່ານນາງ Ingrid Christensen, ຜູ້ອຳນວຍການຫ້ອງວ່າການອົງການຈັດຕັ້ງແຮງງານສາກົນ (ILO) ປະຈຳ ຫວຽດນາມ, ພວມມີການຢ້ຽມຢາມ, ເຮັດວຽກຢູ່ນະຄອນ. ທ່ານ ເຢືອງແອັງດຶກໄດ້ຕີລາຄາສູງການໜູນຊ່ວຍຂອງ ILO ຕໍ່ນະຄອນໂຮ່ຈີມິນ ໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາໂຄງການໃນຂົງເຂດແຮງງານ ໂດຍ ILO ອຸປະຖຳ. ນະຄອນໂຮ່ຈີມິນ ຈະມານະພະຍາຍາມກ່ວາອີກ, ສົມທົບກັບ ILO ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອຮັບປະກັນການປະຕິບັດບັນດາໂຄງການຖືກຕ້ອງຕາມຄວາມຄືບໜ້າ. ນະຄອນມີຄວາມເອົາໃຈໃສ່ເປັນພິເສດເຖິງໂຄງການ “ໜູນຊ່ວຍເຕັກນິກຍົກສູງກຳລັງຄວາມສາມາດແຫ່ງຊາດໃນການຕ້ານ, ສະກັດກັ້ນ ແລະ ຫຼຸດຜ່ອນແຮງງານເດັກຢູ່ ຫວຽດນາມ”, ຍາມໃດກໍ່ມຸ່ງໄປເຖິງການສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນ, ດຳລົງຊີວິດ, ຝຶກຝົນຫຼໍ່ຫຼອມດີທີ່ສຸດໃຫ້ແກ່ເດັກນ້ອຍ. ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ຈະສືບຕໍ່ມານະພະຍາຍາມປະຕິບັດຄຳໝັ້ນສັນຍາກ່ຽວກັບການຮັບປະກັນສະພາບແວດລ້ອມແຫ່ງການອອກແຮງງານ, ຮັບປະກັນຊີວິດສັງຄົມໃຫ້ແກ່ຜູ້ອອກແຮງງານ.

ສ່ວນທ່ານນາງ Ingrid Christensen ເນັ້ນໜັ້ກວ່າ ILO ຈະສືບຕໍ່ສົມທົບກັບນະຄອນໃຫ້ຫຼາຍກ່ວາອີກ ໃນການເຄື່ອນໄຫວຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ, ນຳມາເຊິ່ງສະພາບແວດລ້ອມແຫ່ງການເຮັດວຽກທີ່ດີທີ່ສຸດໃຫ້ຜູ້ອອກແຮງງານ.

(ແຫຼ່ງຄັດຈາກ VOV)

FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023

FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023

FIFA ກໍ່ຈະເພີ່ມກອງທຶນໜູນຊ່ວຍຂຶ້ນທົບ 2 ເທົ່າໃຫ້ແກ່ໄລຍະກະກຽມແມ່ນຂຶ້ນເຖິງ 31 ລ້ານ USD ໃຫ້ບັນດາສະຫະພັນບານເຕະແຫ່ງຊາດ ມີທິມນັກກິລາຍາດສິດເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ 2023.

Top