• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງລັດຫວຽດນາມ ແມ່ນ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງພົນລະເມືອງ

“...ນະະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງພົນລະເມືອງ. ມາດຕາດັ່ງກ່າວໄດ້ລະບຸຢ່າງຈະແຈ້ງໃນລັດຖະທໍາມະນູນ, ກົດໝາຍ ຂອງຫວຽດນາມ ກໍຄືໄດ້ຮັບການຮັບປະກັນປະຕິບັດໃນຕົວຈິງ”.


ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ:TTXVN)

ວັນທີ 9 ພຶດສະພາ, ທີ່ການຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄໍາຖາມກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ເລື່ອງ ຄະນະກໍາມະການສາສະໜາສາກົນ ອາເມລິກາ ປະກາດບົດລາຍງານປະຈໍາປີ 2019 ຫວ່າງມໍ່ໆມານີ້, ໃນນັ້ນ ໄດ້ເຕື້ອງເຖິງສະພາບການລະເມີດສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຢູ່ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:

        “ບົດລາຍງານຂອງຄະນະກໍາມະການສາສະໜາສາກົນ ອາເມລິກາ 2019 ໄດ້ມີການຮັບຮູ້ບັນດາຜົນງານ ແລະ ຄວາມຄືບໜ້າໃນວຽກງານຮັບປະກັນການຊຸກຍູ້ການເຄື່ອນໄຫວທາງສາສະໜາ, ການເຫຼື້ອມໃສຢູ່ຫວຽດນາມ, ແຕ່ໃນບົດລາຍງານດັ່ງກ່າວ ມີບາງການຕີລາຄາຂາດຄວາມພາວະວິໄສ ແລະ ຄັດສະເໜີຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງກ່ຽວກັບສະພາບການຢູ່ຫວຽດນາມ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງພົນລະເມືອງ. ມາດຕາດັ່ງກ່າວໄດ້ລະບຸຢ່າງຈະແຈ້ງໃນລັດຖະທໍາມະນູນ, ກົດໝາຍ ຂອງຫວຽດນາມ ກໍຄືໄດ້ຮັບການຮັບປະກັນປະຕິບັດໃນຕົວຈິງ”.

        ກ່ຽວຂ້ອງເຖິງແຫຼ່ງຂ່າວ ອິນໂດເນເຊຍ ຖະແຫຼງແຜນການຕີໂຈມນໍ້າກໍ່າປັ່ນຫາປາຕ່າງປະເທດ 51 ລໍາ ໃນນັ້ນມີກໍ່າປັ່ນ ຫວຽດນາມ. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງ ກະຊວງທະເລ ແລະ ອາຊີບຫາປາ ພ້ອມກັບ ກໍາລັງໃນທະເລຈໍານວນໜຶ່ງຂອງ ອິນໂດເນເຊຍ ໄດ້ຈັບກັກຂັງ ແລະ ທໍາລາຍກໍ່າປັ່ນຫາປາຂອງຫວຽດນາມ. ນີ້ແມ່ນການກະທໍາບໍ່ສອດຄ່ອງກັບການພົວພັນສອງຝ່າຍ ແລະ ໄປຝືນກັບຂໍ້ກໍານົດຂອງ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982. ຫວຽດນາມ ສະເໜີກະຊວງທະເລ ແລະ ອາຊີບຫາປາ, ບັນດາກໍາລັງໃນທະເລຂອງ ອິນໂດເນເຊຍ ຄວນມີການປະພຶດທີ່ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ແລະ ການພົວພັນສອງຝ່າຍລະຫວ່າງສອງປະເທດ; ພ້ອມທັງສະເໜີຝ່າຍ ອິນໂດເນເຊຍ ມີການປະພຶດກັບກໍ່າປັ່ນຫາປາ ແລະ ຊາວປະມົງຫວຽດນາມ ຢ່າງມະນຸດສະທໍາ, ເໝາະສົມກັບການພົວພັນລະຫວ່າງສອງປະເທດ ແລະ ນໍ້າໃຈສາມັກຄີ ອາຊຽນ./.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

Top