ໃນ 8 ເດືອນ, ນະຄອນ ໂຮ່ຈີມິນ ໄດ້ສະໜອງໃໝ່ກວ່າ 1.360 ໂຄງການ FDI ດ້ວຍຍອດທຶນຈົດທະບຽນກວ່າ 3,73 ຕື້ໂດລາສະຫະລັດ. ເປັນໜ້າສົນໃຈ, ຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບຮູ້ 467 ໂຄງການໃໝ່, ດ້ວຍຍອດເງິນຈົດທະບຽນກວ່າ 599 ລ້ານ ໂດລາສະຫະລັດ. ຢູ່ເຂດເຕັກໂນໂລຊີສູງ ນະຄອນ ໂຮ່ຈີມິນ, ລະບົບຊີວະພາບເຕັກໂລໂນຊີຢູ່ນີ້ໄດ້ເຕົ້າໂຮມຫຼາຍກຸ່ມບໍລິສັດແຖວໜ້າຂອງໂລກ, ຄື: Intel, Samsung, Jabil, BESI... ນີ້ແມ່ນໜຶ່ງໃນບັນດາສັນຍານທີ່ສະແດງໃຫ້ເຫັນໂຄງປະກອບເງິນລົງທຶນ ພວມຄ່ອຍໆຫັນປ່ຽນເຂົ້າບັນດາຂະແໜງເຕັກໂລໂນຊີ ແລະ ມູນຄ່າເພີ່ມສູງກວ່າ. ເມື່ອພິຈາລະນາຕາມຂະແໜງການ, ທຶນ FDI ຍັງສຸມໃສ່ເຂົ້າບັນດາຂົງເຂດຫຼັກແຫຼ່ງ. ທຸລະກິດອະສັງຫະລິມະຊັບກວມອັດຕາສ່ວນໃຫຍ່ດ້ວຍ 31,6%, ຖັດຈາກນັ້ນແມ່ນ ຂໍ້ມູນຂ່າວສານ ແລະ ການສື່ສານ; ຂາຍສົ່ງ, ຂາຍຍ່ອຍ; ອຸດສາຫະກຳປຸງແຕ່ງ, ປະດິດ...
ບໍ່ພຽງແຕ່ເພີ່ມກ່ຽວກັບຍອດທຶນຈົດທະບຽນ, ທຶນ FDI ເຂົ້າເຂດການຜະລິດອຸດສາຫະກຳ ກໍ່ໄດ້ຮັບຮູ້ຜົນງານຕັ້ງໜ້າ, ໃນຂະນະທີ່ຍອດເງິນລົງທຶນຈາກບັນດາເຂດປຸງແຕ່ງ, ເຂດອຸດສາຫະກຳໄດ້ລື່ນກາຍແຜນການຂອງປີ. ຕາມຄະນະຄຸ້ມຄອງບັນດາເຂດປຸງແຕ່ງ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ (HEPZA), ຮອດກາງເດືອນສິງຫາ 2026, ຍອດເງິນລົງທຶນສະໜອງໃໝ່ ແລະ ດັດປັບຢູ່ບັນດາເຂດປຸງແຕ່ງ, ເຂດອຸດສາຫະກຳບັນລຸກວ່າ 5 ຕື້ື້ໂດລາສະຫະລັດ, ລື່ນກາຍກວ່າ 21% ແຜນການປີ. ໃນຈຳນວນນັ້ນ, ທຶນ FDI ບັນລຸກວ່າ 4 ຕື້ໂດລາສະຫະລັດ.






