• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາແຂວງພາກຕາເວັນຕົກ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ຕໍ່ໜ້າສະພາບການຜັນແປສັບສົນຂອງໂລກລະບາດໂຄວິດ - 19 ໃນໂລກ ແລະ ພາກພື້ນ, ບັນດາທ້ອງຖິ່ນຕ້ອງຍົກສູງສະຕິລະວັງຕົວ, ບໍ່ປະໝາດຢ່າງເດັດຂາດ ໂດຍສະເພາະແມ່ນໃນໂອກາດພັກວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ (30/4), ວັນກຳມະກອນສາກົນ (01/05) ແລະ ຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.
            ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ເມື່ອການກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 28 ເມສາ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຕີລາຄາສູງໝາກຜົນຂອງນະຄອນ ໂຮ່ຈີມິນ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ພ້ອມທັງຮຽກຮ້ອງໃຫ້ນະຄອນ ຈົ່ງຍົກສູງສະຕິລະວັງຕົວ, ຍົກສູງກຳລັງຄວາມສາມາດໃນການແຍກຕົວ, ກຽມພ້ອມຊ່ວຍເຫຼືອທ້ອງຖິ່ນຕ່າງໆ, ໃນນັ້ນ ມີບັນດາແຂວງເຂດຊາຍແດນ ທາງທິດຕາເວັນຕົກພາກໃຕ້; ຍູ້ແຮງການເຄື່ອນໄຫວກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ປັບໄໝບັນດາກໍລະນີບໍ່ໃຊ້ຜ້າອັດປາກອັດດັງ, ອົງການ ຫຼື ສ່ວນບຸກຄົນເຂົ້າເມືອງຜິດກົດໝາຍຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top