• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ, ກວາງນິງ ຕ້ອນຮັບແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍໃນໂອກາດບຸນເຕັດປີມະໂລງ

ປີນີ້, ບັນດາບໍລິສັດທ່ອງທ່ຽວໄດ້ສະເໜີຫຼາຍຜະລິດຕະພັນທ່ອງທ່ຽວໃໝ່, ເປັນຫຼາຍຮູບຫຼາຍແບບ, ດຶງດູດໃຈຢູ່ນະຄອນ ໂຮ່ຈີມິນ
(ພາບປະກອບ: VGP)

ເນື່ອງໃນໂອກາດບຸນເຕັດປີມະໂລງ 2024, ແຂກທ່ອງທ່ຽວສາກົນມາຢ້ຽມຢາມ ນະຄອນ ໂຮ່ຈີມິນ ໄດ້ເພີ່ມຂຶ້ນສູງ, ພິເສດແມ່ນແຂກທ່ອງທ່ຽວຜ່ານທາງທະເລທີ່ມາຈາກບັນດາປະເທດ ເອີລົບ, ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ… ຄາດວ່າ, ມີແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ໂຮ່ຈີມິນ ປະມານ 75.000 ເທື່ອຄົນ, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ປີນີ້, ບັນດາບໍລິສັດທ່ອງທ່ຽວໄດ້ສະເໜີຫຼາຍຜະລິດຕະພັນທ່ອງທ່ຽວໃໝ່, ເປັນຫຼາຍຮູບຫຼາຍແບບ, ດຶງດູດໃຈຢູ່ນະຄອນ ໂຮ່ຈີມິນ, ຄື: ລະດູບານໃໝ່ຢູ່ທ່າເຮືອ ບິ່ງດົງ, ຕ້ອນຮັບບຸນເຕັດພ້ອມກັບຜູ້ມີຊື່ສຽງ, ເມືອງ 1 - ສີສັນຍາມຄ່ຳຄືນ… ບັນດາໂຮງແຮມແຕ່ 3 – 5 ດາວໃນບໍລິເວນນະຄອນ ລ້ວນແຕ່ຈັດການເຄື່ອນໄຫວຕ້ອນຮັບບຸນເຕັດປະເພນີເປັນຫຼາຍຮູບຫຼາຍແບບ ເພື່ອໃຫ້ນັກທ່ອງທ່ຽວທີ່ມາພັກເຊົາເຊື່ອມຕົວເຂົ້າກັບບຸນເຕັດ.

ແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 800.000 ເທື່ອຄົນໃນໂອກາດບຸນເຕັດ (ພາບ: daidoanket.vn)

ໃນໂອກາດບຸນເຕັດປີມະໂລງ 2024 ນີ້, ແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 800.000 ເທື່ອຄົນ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2023, ໃນນັ້ນ, ແຂກທ່ອງທ່ຽວສາກົນປະມານ 109.000 ເທື່ອຄົນ.

ໃນນັ້ນ, ແຕ່ວັນທີ 10 ກຸມພາ (ກົງກັບວັນທີ 1 ບຸນເຕັດ), ແຂວງ ກວາງນິງ ກໍ່ໄດ້ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນທີ່ມາຈາກ ສ.ເກົາຫຼີ, ອິນເດຍ, ໄຕຫວັນ (ຈີນ). ປີ 2024, ແຂວງ ກວາງນິງ ວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 17 ລ້ານເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວສາກົນ 3 ລ້ານເທື່ອຄົນ.

(ແຫຼ່ງຄັດຈາກ VOV)

ຜົນຂອງບັນດານັດແຂ່ງຂັນຢູ່ World Cup 2026

ຜົນຂອງບັນດານັດແຂ່ງຂັນຢູ່ World Cup 2026

ໃນເວລາ 6 ໂມງ 30 ນາທີ, ພິທີໄຂ World Cup 2026 ຢູ່ ອາເມລິກາ ໄດ້ຈັດຂຶ້ນຢູ່ສະໜາມກິລາ SoFi, Los Angeles, ດ້ວຍການເຂົ້າຮ່ວມຂອງນັກຮ້ອງນັກສະແດງສາກົນຫຼາຍຄົນ.

Top