• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ຮ່າໂນ້ຍ ຍ້ອງຍໍຊົມເຊີຍທິມຊາດບານເຕະ U23 ຫວຽດນາມ

ດ້ວຍອັນດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ, ບັນດານັກກິລາບານເຕະໄດ້ນຳມາເຊິ່ງຄວາມເຊື່ອໝັ້ນ, ຕອບສະໜອງຄວາມລໍຄອຍຂອງປະຊາຊົນທົ່ວປະເທດ ແລະ ປະຊາຊົນນະຄອນຫຼວງ. 

 ທ່ານ ຫງວຽນດຶກຈູງ ແລະ ບັນດານັກກິລາບານເຕະ ທີ່ການພົບປະ
 

ຕອນຄ່ຳວັນທີ 30 ມັງກອນ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການພົບປະກັບຄະນະຄູຝຶກ ແລະ ບັນດານັກກິລາທິມ ບານເຕະອາຍຸບໍ່ເກີນ 23 ປີ (U23) ຫວຽດນາມ. ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຊົມເຊີຍ, ຮັບຮູ້ຜົນງານເຊິ່ງທິມ U23 ຫວຽດນາມ ບັນລຸໄດ້. ດ້ວຍອັນດັບທີ 2 ໃນການແຂ່ງຂັນບານເຕະ U23 ອາຊີ, ບັນດານັກກິລາບານເຕະໄດ້ນຳມາເຊິ່ງຄວາມເຊື່ອໝັ້ນ, ຕອບສະໜອງຄວາມລໍຄອຍຂອງປະຊາຊົນທົ່ວປະເທດ ແລະ ປະຊາຊົນນະຄອນຫຼວງ. ໃນຜົນງານລວມຂອງທິມບານເຕະ U23 ຫວຽດນາມ ຄັ້ງນີ້ ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງສະໂມສອນບານເຕະ ຮ່າໂນ້ຍ ດ້ວຍ ນັກກິລາບານເຕະ 9 ຄົນໃຫ້ແກ່ທິມບານເຕະ U23 ຫວຽດນາມ.

        ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ຕົກລົງ ຍ້ອງຍໍຊົມເຊີຍທິມບານເຕະ U23 ຫວຽດນາມ. ຕາມນັ້ນແລ້ວ, ນັກກິລາຂອງທິມ ບານເຕະ U23 ຫວຽດນາມ ແຕ່ລະຄົນໄດ້ຮັບເງິນລາງວັນ 20 ລ້ານດົ່ງ. ບັນດານັງວກິລາຂອງຮ່າໂນ້ຍ ເຂົ້າຮ່ວມທິມບານເຕະ U23 ຫວຽດນາມ ແມ່ນໄດ້ຮັບເງິນລາງວັນຜູ້ລະ 50 ລ້ານດົ່ງ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top