• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ດ່າຫນັງ ຍູ້ແຮງການດຶງດູດການລົງທຶນ

      ນັບແຕ່ຊຸມມື້ຕົ້ນປີໃຫມ່ 2021, ນະຄອນ ດາຫນັງ ອອກຫນັງສືອະນຸຍາດໃຫ້ລົງທຶນ ແລະ ມີແຜນນະໂຍບາຍຄົ້ນຄ້ວາລົງທຶນຫລາຍໂຄງການໃຫ້ແກ່ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນສັນຍານປິຕິຊົມຊື່ນໃນ “ປີຟື້ນຟູການເຕີບໂຕ ແລະ ຍູ້ແຮງການພັດທະນາເສດຖະກິດ” ຊື່ງ ດາຫນັງ ເລືອກເຟັ້ນເປັນຫົວເລື່ອງຂອງປີ 2021.  ເພື່ອຍູ້ແຮງການດຶງດູດການລົງທຶນ, ນະຄອນ ດາຫນັງ ໃຫ້ຄຳໝັ້ນສັນຍາ ສືບຕໍ່ປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນມີຄວາມສະດວກໃນການສຳຜັດກັບທີ່ດິນ ແລະ ກາລະໂອກາດທຳມາຫາກິນ.
ການນຳນະຄອນ ດາຫນັງ ມອບຫນັງສືອະນຸຍາດການລົງທຶນໃຫ້ແກ່ຜູ້ຕາງຫນ້າ 6 ໂຄງການ
      ນະຄອນ ດາຫນັງ ຫາກໍ່ອອກຫນັງສືອະນຸຍາດໃຫ້ລົງທຶນສຳລັບ 6 ໂຄງການ ແລະ ເອກະສານຮັບຮອງແຜນນະໂຍບາຍການລົງທຶນ ໃຫ້ແກ່ ໂຄງການລົງທຶນຢູ່ເຂດເຕັກໂນໂລຊີສູງ ແລະ ບັນດາເຂດອຸດສາຫະກຳ ດາຫນັງ. ຍອດຈຳນວນທຶນຈົດທະບຽນແມ່ນກວ່າ 280 ລ້ານ USD. ໃນຈຳນວນບັນດາໂຄງການໄດ້ຮັບຫນັງສືອະນຸຍາດຈົດທະບຽນການລົງທຶນຄັ້ງນີ້ ມີ 3 ໂຄງການລົງທຶນໂດຍກົງຂອງຕ່າງປະເທດທີ່ມາຈາກ ອາເມລິກາ ແລະ ຍີ່ປຸ່ນ. ນັບແຕ່ປີ 2016 ມາຮອດປະຈຸບັນ, ການລົງທຶນຂອງຕ່າງປະເທດ ຢູ່ ດາຫນັງ ບັນລຸກວ່າ 530 ໂຄງການດ້ວຍຍອດຈຳນວນກວ່າ 1 ຕື້ USD. ມາຮອດປະຈຸບັນ ດາຫນັງ ມີ 892 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ ດ້ວຍຍອດຈຳນວນເງິນລົງທຶນເກືອບ 3,9 ຕື້ USD.
ນັບແຕ່ຕົ້ນປີມາຮອດປະຈຸບັນ, ນະຄອນ ດາຫນັງ ໄດ້ອອກຫນັງສືອະນຸຍາດຈົດທະບຽນສ້າງຕັ້ງໃຫມ່ໃຫ້ແກ່ 487 ວິສາຫະກິດ, ສາຂາ ແລະ ຫ້ອງການຜູ້ຕາງຫນ້າ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນເກືອບ 4.800 ຕື້ດົ່ງ, ເພີ່ມຂຶ້ນ 50% ກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ເລມີງຟຸກ ຜູ້ອຳນວຍການໃຫຍ່ ບໍລິສັດ  ໂຮງແຮມ ແລະ ວີນລາ ນາມຟາດ ຈຳກັດ ມີເງິນລົງທຶນ 100% ຂອງຕ່າງປະເທດ ຫາກໍ່ລົງທຶນ 100 ລ້ານ USD ເຂົ້ານະຄອນ ດາຫນັງ ໃຫ້ຮູ້ວ່າ:
“ໄລຍະຜ່ານມາ ການນຳ ຄະນະກຳມະການ ປະຊາຊົນ ນະຄອນ ດາຫນັງ ແລະ ບັນດາພະແນກ ຂະແຫນງການ ໄດ້ຫນູນຊ່ວຍໃຫ້ບໍລິສັດຢ່າງສຸດຄວາມສາມາດຂອງຕົນ ໃນການແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດເພື່ອໃຫ້ບໍລິສັດຜັນຂະຫຍາຍໂຄງການ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາ ຈະຍູ້ໄວຄວາມຄຶບຫນ້າໂຄງການເພື່ອໃຫ້ໂຄງການສຳເລັດກາງປີ 2022.”
ທ່ານ ຫງວຽນວັນກວ໋າງ ເລຂາຄະນະພັກ ນະຄອນ ດາຫນັງ
      ເພື່ອຫນູນຊ່ວຍ ວິສາຫະກິດໃຫ້ໄດ້ຫລາຍສຸດ, ຕົ້ນປີ 2021, ຄະນະກຳມະການ ປະຊາຊົນນະຄອນ ດາຫນັງ ມີເອກະສານ ຊີ້ນຳກ່ຽວກັບເລື່ອງຫລຸດຜ່ອນຂັ້ນຕອນ ປະຕິຮູບດ້ານບໍລິຫານເພື່ອແກ້ໄຂຄວາມຫຍຸ້ງຍາກ ຂໍ້ຕິດຂັດໃນລະບຽບການລົງທຶນ.
ທ່ານນາງ ເຈີນທິແທງເຕີມ ຫົວຫນ້າພະແນກແຜນການ ແລະ ການລົງທຶນ ນະຄອນ ດາຫນັງ ຢືນຢັນວ່າ: ພະແນກ ຈະສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ມີລັກສະນະແກ້ງແຍ່ງສູງ, ເປີດເຜີຍ ໂປ່ງໃສ.
  “ພະແນກແຜນການ ແລະ ການລົງທຶນ ຈະສືບຕໍ່ສົມທົບກັບບັນດາພະແນກ ຂະແຫນງການ ເພື່ອສືບຕໍ່ຄຸ້ມຄອງການດຶງດູດບັນດາໂຄງການລົງທຶນໃຫມ່ຢ່າງເຄັ່ງຄັດ ຕາມການກຳນົດທິດຂອງນະຄອນ. ນັ້ນແມ່ນ ເປັນມິດກັບສິ່ງແວດລ້ອມ. ພ້ອມທັງ ຈະເປັນເສນາທິການໃຫ້ນະຄອນຈັດຕັ້ງການພົບປະ, ເວທີປາໄສຫລາຍຄັ້ງກວ່າອີກ ເພື່ອກຳແຫນ້ນບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດຂອງນັກລົງທຶນ. ຈາກນັ້ນ ຈຶ່ງມີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດ ພ້ອມທັງຈະມີບັນດາມາດຕະການໃຫມ່ ໃນການປະຕິຮູບດ້ານບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໃສ ສະດວກງ່າຍດາຍ ຕັ້ງຫນ້າ ຫນູນຊ່ວຍໃຫ້ແກ່ບັນດານັກລົງທຶນເຂົ້າມາລົງທຶນຢູ່ ດາຫນັງ”
ເພື່ອສືບຕໍ່ດຶງດູດການລົງທຶນເຂົ້ານະຄອນ, ດາຫນັງ ປະຕິບັດ 6 ໝວດມາດຕະການແກ້ໄຂຄື: ສ້າງສຳເລັດກົນໄກນະໂຍບາຍ, ປະກາດໃຊ້ການວາງແຜນຜັງທີ່ດິນເໝາະສົມກັບການວາງແຜນຜັງລວມໂດຍໄວ, ສືບຕໍ່ສ້າງຂໍ້ກຳນົດກົດລະບຽບການປະມູນສິດນຳໃຊ້ທີ່ດິນໃຫ້ສົມບູນແບບ. ທ່ານ ຫງວຽນວັນກວ໋າງ ເລຂາຄະນະພັກ ນະຄອນ ດາຫນັງ ຢືນຢັນ:
ພວກເຮົາໃຫ້ຄຳໝັ້ນສັນຍາ ຍົກສູງສະພາບແວດລ້ອມແຫ່ງການດຳລົງຊີວິດ, ການເຮັດວຽກ ນັບທັງດ້ານຄົມມະນາຄົມ, ສາທາລະນະສຸກ, ບັນດາເງື່ອນໄຂຜະລິດດຳເນີນທຸລະກິດ ຄື: ສະຫນອງໄຟຟ້າ, ນ້ຳສະອາດ ພິເສດ ແມ່ນບັນຫາສິ່ງແວດລ້ອມ. ພວກຂ້າພະເຈົ້າສະເຫນີຕໍ່ກັບສູນກາງກ່ຽວກັບບາງກົນໄກນະໂຍບາຍພິເສດໃຫ້ແກ່ນະຄອນ ໃນການປະຕິບັດມະຕິຂອງສະພາແຫ່ງຊາດ ເພື່ອສ້າງທ່າໄດ້ປຽບຂອງນະຄອນກໍ່ຄືທ່າໄດ້ປຽບຂອງນັກລົງທຶນ"                                             ທ່ານປະທານ ຄະນະກຳມະການປະຊາຊົນ ນະຄອນ ດາຫນັງ ຫາກໍ່ລົງນາມໃນຂໍ້ຕົກລົງ ດັດປັບ ບັນຊີລາຍຊື່ໂຄງການຈຸດສຸມດຶງດູດການລົງທຶນເຂົ້ານະຄອນໄລຍະ 2020- 2025. ຕາມນັ້ນແລ້ວ ມີ 57 ໂຄງການຈຸດສຸມ ຊື່ງ ນະຄອນດາຫນັງ ສຸມໃສ່ດຶງດູດການລົງທຶນໃນໄລຍະນີ້, ໃນນັ້ນ ມີໂຄງການ ດ້ວຍຍອດຈຳນວນເງິນລົງທຶນຄາດວ່າ ແມ່ນຂຶ້ນເຖິງ 54.500 ຕື້ດົ່ງ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top