• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ແລະ ຟິີລິບປິ່ນ ຍູ້ແຮງການຮ່ວມມືແລກປ່ຽນດ້ານການຄ້າ

ຟີລິບປິ່ນ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມຢ່າງແຮງກວ່າອີກ


ທ່ານ ເລແທງລຽມຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ  ຕ້ອນຮັບທ່ານ Ceferino S.rodolfo ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຟີລິບປິ່ນ

(ພາບ: TTXVN)

ຕອນບ່າຍວັນທີ 20 ມິຖຸນາ, ທີ່ການຕ້ອນຮັບທ່ານ Ceferino S.rodolfo ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຟີລິບປິ່ນ. ທ່ານ ເລແທງລຽມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຖືວ່າ ການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ Ceferino S.rodolfo ຢູ່ຫວຽດນາມ, ໃນນັ້ນ ມີນະຄອນໂຮ່ຈີມິນ, ຈະປະກອບສ່ວນເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າລະຫວ່າງສອງຝ່າຍດີກວ່າອີກ, ພ້ອມທັງຊ່ວຍໃຫ້ວິສາຫະກິດຂອງສອງຝ່າຍຊອກຫາບັນດາກາລະໂອກາດຮ່ວມມືໃໝ່. ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຊື່ອໝັ້ນວ່າ “ກອງປະຊຸມແລກປ່ຽນຄ້າຂາຍລະຫວ່າງວິສາຫະກິດຫວຽດນາມ - ຟີລິບປິ່ນ” ໂດຍກະຊວງອຸດສາຫະກຳ ແລະການຄ້າສອງປະເທດ ຈັດຕັ້ງຢູ່ນະຄອນໂຮ່ຈີມິນ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ວິສາຫະກິດຟິີລິບປິ່ນ.

        ທ່ານ Ceferino S.rodolfo ຢັ້ງຢືນວ່າ ຟີລິບປິ່ນ ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມຢ່າງແຮງກວ່າອີກ, ໃນນັ້ນມີການພົວພັນດ້ານການຄ້າ, ການລົງທຶນກັບນະຄອນໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top