• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ປະຕິບັດຕາມຄຳສັ່ງເລກທີ 16 ໃນທົ່ວນະຄອນເປັນເວລາ 15 ວັນ ນັບແຕ່ເວລາ 0 ໂມງຂອງວັນທີ 9 ກໍລະກົດ

      ປັດຈຸບັນ ມີພະນັກງານ, ພາລະກອນການແພດ ກ່ວາ 3.300 ຄົນ ຂຶ້ນກັບບັນດາຫົວໜ່ວຍຂອງ ກະຊວງສາທາລະນະສຸກ, ນັກສຶກສາບັນດາໂຮງຮຽນການຢາ ໄດ້ມີໜ້າຢູ່ນະຄອນໂຮ່ຈີມິນ. ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຖັນແຖວພະນັກງານ, ພາລະກອນການແພດ ເກືອບ 10.000 ຄົນຈະໄດ້ລະດົມໄປໜູນຊ່ວຍໃຫ້ແກ່ ນະຄອນໂຮ່ຈີມິນ.
ຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19
ເຂົ້າຮ່ວມການປະຊຸມກັບການນຳນະຄອນ ໂຮ່ຈີມິນ ໃນຕອນບ່າຍວັນທີ 7 ກໍລະກົດ
      ທົ່ວນະຄອນໂຮ່ຈີມິນ ຈະນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ເປັນເວລາ 15 ວັນ, ນັບແຕ່ເວລາ 0 ໂມງຂອງວັນທີ 9 ກໍລະກົດ. ນີ້ແມ່ນ ການສະຫຼຸບ ທີ່ ທ່ານ ຫງວຽນແທັງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນໄດ້ ປະກາດຢູ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ດຳເນີນໃນຕອນບ່າຍວັນທີ 7 ກໍລະກົດ.
ທ່ານ ຫງວຽນແທັງຟອງ ເນັ້ນໜັກເຖິງ 7 ຂໍ້ໃນການປະຕິບັດຕາມຄຳສັ່ງເລກທີ 16 ຄັ້ງນີ້, ໃນນັ້ນສິ່ງທີ່ເປັນໜ້າສົນໃຈທີ່ສຸດນັ້ນແມ່ນ ຮຽກຮ້ອງໃຫ້ປະຊາຊົນໝົດທຸກຄົນຕ້ອງຢູ່ໃນເຮືອນ, ອອກໄປນອກພຽງແຕ່ໃນກໍລະນີທີ່ມີຄວາມຈຳເປັນ, ຍົກເວັ້ນບັນດາກໍລະນີໄປຊື້ສະບຽງອາຫານ, ຢຸກຢາ, ສຸກເສີນ… ບັນດາການບໍລິການສະໜອງເຄື່ອງຂອງທີ່ຈຳເປັນຕ່າງໆຍັງຄົງສືບຕໍ່ເຄື່ອນໄຫວເປັນປົກກະຕິ. ທ່ານ ໃຫ້ຮູ້ວ່າ:
ທາງນະຄອນໄດ້ກຽມພ້ອມໃຫ້ແກ່ທຸກກໍລະນີໂລກລະບາດ ແລະ ຍາມໃດກໍ່ຮັບປະກັນຄວາມອຸດົມສົມບູນ ແລະ ຈຳນວນຂອງສິນຄ້າຢູ່ບັນດາຮ້ານສັບພະສິນຄ້າ, ຕະຫຼາດ. ດັ່ງນັ້ນ, ປະຊາຊົນບໍ່ຈຳເປັນຕ້ອງໄປຊື້ສິນຄ້າ ເພື່ອແຮໄວ້ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນຢູ່ບັນດາຮ້ານສັບພະສິນຄ້າ, ຕະຫຼາດ, ຕ້ອງມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງສູນກາງ ແລະ ນະຄອນຢ່າງເຂັ້ມງວດ.
ປັດຈຸບັນ ມີພະນັກງານ, ພາລະກອນການແພດ ກ່ວາ 3.300 ຄົນ ຂຶ້ນກັບບັນດາຫົວໜ່ວຍຂອງ ກະຊວງສາທາລະນະສຸກ, ນັກສຶກສາບັນດາໂຮງຮຽນການຢາ ໄດ້ມີໜ້າຢູ່ນະຄອນໂຮ່ຈີມິນ. ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຖັນແຖວພະນັກງານ, ພາລະກອນການແພດ ເກືອບ 10.000 ຄົນຈະໄດ້ລະດົມໄປໜູນຊ່ວຍໃຫ້ແກ່ ນະຄອນໂຮ່ຈີມິນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ສະພາບການເສດຖະກິດ - ສັງຄົມ ໃນ 5 ເດືອນຂອງທົ່ວປະເທດ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ.

Top