• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນດ່າລາດ ເລີ່ມດຶງດູດນັກທ່ອງທ່ຽວໄປທ່ຽວຊົມຍາມລະດູບານໃໝ່

      ເຖິງວ່າຈຳນວນນັກທ່ອງທ່ຽວພຽງເທົ່າກັບ ¼ ຂອງບຸນເຕັດປີຊວດ 2020 ກໍ່ຕາມ, ແຕ່ນີ້ແມ່ນສັນຍານຕັ້ງໜ້າສຳລັບຂະແໜງທ່ອງທ່ຽວຂອງນະຄອນ ດ່າລາດ
(ນະຄອນດ່າລາດ, ໄດ້ຕ້ອນຮັບຈຳນວນນັກທ່ອງທ່ຽວມາທ່ຽວຊົມເປັນຈຳນວນຫຼວງຫຼາຍ)
      ໃນຊຸມມື້ຜ່ານມາ, ນະຄອນດ່າລາດ, ແຂວງ ເລິມດົ່ງ, ໄດ້ຕ້ອນຮັບຈຳນວນນັກທ່ອງທ່ຽວມາທ່ຽວຊົມ, ພັກຜ່ອນຍາມລະດູບານໃໝ່ເປັນຈຳນວນຫຼວງຫຼາຍ. ມີນັກທ່ອງທ່ຽວກວ່າ 15.000 ເທື່ອຄົນໄດ້ຈົດທະບຽນມາພັກຜ່ອນຢູ່ທີ່ນີ້, ເຖິງວ່າຈຳນວນນັກທ່ອງທ່ຽວພຽງເທົ່າກັບ ¼ ຂອງບຸນເຕັດປີຊວດ 2020 ກໍ່ຕາມ, ແຕ່ນີ້ແມ່ນສັນຍານຕັ້ງໜ້າສຳລັບຂະແໜງທ່ອງທ່ຽວຂອງນະຄອນ ດ່າລາດ ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19. ທ່ານນາງ ຫງວຽນທິດັ້ງ, ນັກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ.
        “ຄອບຄົວກໍ່ບໍ່ມີຄວາມກັງວົນຫຼາຍຍ້ອນຢູ່ແຫ່ງນີ້ຍັງບໍ່ທັນເກີດໂລກລະບາດ, ສະນັ້ນໄປ ດ່າລາດ ແຫ່ງນີ້ກໍ່ມີຄວາມອຸ່ນອຽນໃຈ. ຂ້າພະເຈົ້າໄດ້ໃຊ້ຜ້າອັດປາກ-ອັດດັງ, ຮັກສາໄລຍະຫ່າງກັບຜູ້ອື່ນ, ບ່ອນໃດມີຫຼາຍຄົນກໍ່ບໍ່ມາ. ເມື່ອທຽບໃສ່ທຸກປີ, ປີນີ້ນັກທ່ອງທ່ຽວກໍ່ບໍ່ຫຼາຍ”.
        ເພື່ອຮັບໃຊ້ຄວາມຕ້ອງການທ່ຽວຊົນ, ພັກຜ່ອນບຳລຸງສຸຂະພາບຍາມລະດູບານໃໝ່ໃຫ້ແກ່ນັກທ່ອງທ່ຽວ, ກໍ່ຄືປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີນັ້ນ, ທ່ານນາງ ຫງວຽນທິບິ໊ກງອັກ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເລິມດົ່ງ, ໃຫ້ຮູ້ວ່າ.
        “ພວກຂ້າພະເຈົ້າເປັນເສນາທິການ, ຈັດຕັ້ງບັນດາການເຄື່ອນໄຫວເພື່ອເຮັດແນວໃດຮັບປະກັນຄວາມປອດໄພໃນຍາມເກີດໂລກລະບາດ, ພ້ອມກັນນັ້ນໂຄສະນາໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຫົວໜ່ວຍເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຫຼາຍກວ່າອີກ. ຂະແໜງທ່ອງທ່ຽວແຂວງ ເລີມດົ່ງ ມານະພະຍາຍາມຢ່າງສຸດຂີດເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວດ້ານການທ່ອງທ່ຽວຂອງແຂວງໃຫ້ມີສະຖຽນລະພາບ, ປອດໄພ ແລະ ມ່ວນຊື່ນໃຫ້ແກ່ນັກທ່ອງທ່ຽວເມື່ອມາທ່ຽວຊົມຢູ່ນະຄອນ ດ່າລາດ, ແຂວງ ເລີມດົ່ງ”.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top