• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນດ່ານັງ ຈະຈັດງານຕະຫຼາດນັດທ່ອງທ່ຽວທາງໄກ ປີ 2022 ເຊື່ອມຕໍ່ກັບຫຼາຍປະເທດ

ຕະຫຼາດນັດ ທ່ອງທ່ຽວທາງໄກ ປີ 2020 ມີ 150 ຮ້ານວາງສະແດງສິນຄ້າທາງອອນລາຍຂອງວິສາຫະກິດການທ່ອງທ່ຽວ ແລະ ກວ່າ 60 ຄູ່ລູກຄ້າຢູ່ໃນຕະຫຼາດ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້.
  ນະຄອນ ດ່ານັງ ຈະຈັດງານຕະຫຼາດນັດທ່ອງທ່ຽວທາງໄກ ປີ 2022 (ພາບ: ຄະນະຈັດຕັ້ງ)  

 ແຕ່ວັນທີ 17-25 ມີນາ ພະແນກທ່ອງທ່ຽວນະຄອນ ດ່ານັງ ຈະຈັດງານຕະຫຼາດນັດທ່ອງທ່ຽວທາງໄກ ປີ 2022 ເພື່ອໂຄສະນາການທ່ອງທ່ຽວ ນະຄອນດ່ານັງ ແລະ ພາກກາງ ຫວຽດນາມ, ພ້ອມດຽວກັນນັ້ນເຊື່ອມຕໍ່ ສະໜອງການບໍລິການ ເພື່ອເປີດປະຕູທ່ອງທ່ຽວສາກົນ.

ຕະຫຼາດນັດ ທ່ອງທ່ຽວທາງໄກ ປີ 2020 ມີ 150 ຮ້ານວາງສະແດງສິນຄ້າທາງອອນລາຍຂອງວິສາຫະກິດການທ່ອງທ່ຽວ ແລະ ກວ່າ 60 ຄູ່ລູກຄ້າຢູ່ໃນຕະຫຼາດ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້. ບັນດາຮ້ານວາງສະແດງຂອງອົງການຄຸ້ມຄອງແຫຼ່ງທ່ອງທ່ຽວ, ບໍລິສັດການບິນ, ບໍລິສັດທ່ອງທ່ຽວ, ໂຮງແຮມ... ມຸ່ງໄປເຖິງວິສາຫະກິດ ແລະ ລູກຄ້າດ້ວຍຮູບແບບການວາງສະແດງທາງໄກ. ທ່ານນາງ ຫງວຽນທິຮ່ວາອານ, ຫົວໜ້າສູນສົ່ງເສີມການທ່ອງທ່ຽວ, ພະແນກທ່ອງທ່ຽວນະຄອນ ດ່ານັງ ໃຫ້ຮູ້ວ່າ:

ງານຕະຫຼາດນັດການທ່ອງທ່ຽວທາງໄກ ແມ່ນເພື່ອໃຫ້ວິສາຫະກິດການທ່ອງທ່ຽວສາມາດແນະນຳບັນດາຜະລິຕະພັນ ແລະ ການບໍລິການ ຈາກທີ່ນີ້ຍັງເປີດຂັ້ນຕອນການໂຄສະນາ, ມີຫົວຄິດປະດິດສ້າງ  ການຫັນເປັນດິຈິຕອນໃນການໂຄສະນາສົ່ງເສີມ.”

ໃນໄລຍະປັດຈຸບັນຍັງໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ-19, ການຫັນເປັນດິຈີຕອນຍັງເປັນທ່າອຽງທີ່ບໍ່ສາມາດປະໄດ້.


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top