• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ​່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ບັນ​ດາ​ອະ​ດີດ​ການ​ນຳພັກ, ລັດ

ທ່ານເລຂາທິການໃຫຍ່ ປາດຖະໜາຢາກໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດມານະພະຍາຍາມປະຕິບັດຄວາມຮັບຜິດຊອບ, ພາລະກິດຂອງຕົນໃນໄລຍະການປະຕິວັດໃໝ່, ປະກອບສ່ວນພ້ອມກັນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດຢ່າງມີໄຊ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

ຕອນເຊົ້າວັນທີ 9 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ໄດ້ພົບປະກັບອະດີດການນຳພັກ, ລັດ, ພະນັກງານອາວຸໂສດີເດັ່ນ ແລະ ຜູ້ແທນປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນບັນດາແຂວງ, ນະຄອນທາງທິດໃຕ້.

ໂດຍຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ປີ 2025 ແມ່ນປີມີຄວາມສຳຄັນຕໍ່ປະເທດຊາດ. ສູນກາງພັກໄດ້ເຫັນດີເປັນເອກະພາບຢູ່ລະດັບສູງຕໍ່ການກຳນົດຄວາມຮັບຮູ້ໂດຍພື້ນຖານກ່ຽວກັບສັງກາດໃໝ່, ສັງກາດບຸກບືນ ຂອງຊາດ, ພາຍໃຕ້ການຊີ້ນຳນຳພາ, ກຳອຳນາດຂອງພັກກອມມູນິດ, ກໍ່ສ້າງສຳເລັດປະເທດສັງຄົມນິຍົມ ຫວຽດນາມ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ມີຄວາມສະເໝີພາບ, ສີວິໄລ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

ບຸລິມະສິດແຖວໜ້າແມ່ນປັບປຸງກົງຈັກຂອງລະບົບການເມືອງຕາມທິດ “ກະທັດລັດ - ເຂັ້ມແຂງ - ປະສິດທິຜົນ - ປະສິດທິພາບ”. ວຽກງານນີ້ຕ້ອງໄປຄຽງຄູ່ກັບກົນໄກຕິດຕາມກວດກາ, ຄວບຄຸມສິດອຳນາດຢ່າງແໜ້ນແຟ້ນ, ຮັບປະກັນບໍ່ໃຫ້ເກີດບັນຫາສວຍໃຊ້ອຳນາດ. ໄປຄຽງຄູ່ກັນນັ້ນ, ພວກເຮົາຕ້ອງປັບປຸງລະບົບການເງິນ, ທະນາຄານ ແລະ ເງິນຕາຢ່າງແຮງ. ສ້າງພື້ນຖານການປົກຄອງທີ່ມີປະສິດທິຜົນ, ມີຄວາມຂະຫຍັນຂັນເຄື່ອນ ແລະ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ປອດໄພ, ໂປ່ງໃສ, ມີລາຍຈ່າຍຕ່ຳ, ບັນລຸມາດຖານສາກົນ ເພື່ອຊຸກຍູ້ຈິດໃຈ Startup ແລະ ສ້າງຄວາມຮັ່ງມີ.

ທ່ານເລຂາທິການໃຫຍ່ ປາດຖະໜາຢາກໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດມານະພະຍາຍາມປະຕິບັດຄວາມຮັບຜິດຊອບ, ພາລະກິດຂອງຕົນໃນໄລຍະການປະຕິວັດໃໝ່, ປະກອບສ່ວນພ້ອມກັນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top