• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ​່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ Shehbaz Sharif

ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືກັບ ປາກິດສະຖານ, ປາດຖະໜາຢາກນຳການພົວພັນສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ,ພິເສດໃນບັນດາຂົງເຂດຄື: ການຄ້າ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ…
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມລົງທຶນອະນາຄົດ (FII) ຄັ້ງທີ 8 ຢູ່ອາຣັບບິ ຊະອຸດິ, ວັນທີ 30 ຕຸລາ, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືກັບ ປາກິດສະຖານ, ປາດຖະໜາຢາກນຳການພົວພັນສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ,ພິເສດໃນບັນດາຂົງເຂດຄື: ການຄ້າ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ… ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍເພີ່ມທະວີການຈັດຕັ້ງບັນດາເວທີປາໄສວິສາຫະກິດ, ການລົງທຶນ, ການທ່ອງທ່ຽວ… ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ມີຂໍ້ມູນຕື່ມອີກ ເພື່ອສ້າງພື້ນຖານໃຫ້ແກ່ການນຳການພົວພັນເຂົ້າສູ່ລວງເລິກດ ແທດຈິງ.

ສ່ວນທ່ານນາຍົກລັດຖະມົນຕີ ປາກິດສະຖານ Shehbaz Sharif ສະເໜີສອງຝ່າຍຕ້ອງສ້າງເປົ້າໝາຍນຳວົງເງິນການຄ້າຫວຽດນາມ - ປາກິດສະຖານບັນລຸລະດັບ 10 ຕື້ USD ໃນໄລຍະຈະມາເຖິງ, ທ່ານສະແດງຄວາມປາດຖະໜາຈະໄດ້ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການຢ້ຽມຢາມປາກິດສະຖານໃນໄວໆນີ້.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top