• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນແຫ່ງຕ່າງໆຂອງຫວຽດນາມ ຜັນຂະຫຍາຍບັນດາມາດຕະການສະກັດກັ້ນ ແລະ ຄວບຄຸມໂລກລະບາດ COVID-19 ຢ່າງແຮງ

      ຕອນບ່າຍວັນທີ 16 ມີນາ, ຄະນະຊີ້ນຳວຽກງານປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19 ຂອງນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມເພື່ອສືບຕໍ່ຜັນຂະຫຍາຍວຽກງານສະກັດກັ້ນ ແລະ ຄວບຄຸມໂລກລະບາດ COVID-19. 

ກອງປະຊຸມຄະນະຊີ້ນຳວຽກງານສະກັດກັ້ນ ແລະ ຄວບຄຸມໂລກລະບາດ COVID-19 ຢູ່ນະຄອນໂຮ່ຈີມິນ (ພາບ: zing)
      ຕາມການຕີລາຄາຂອງພະແນກສາທາລະນະສຸກນະຄອນຮ່າໂນ້ຍແລ້ວ, ສະພາບການໂລກລະບາດ COVID-19 ໃນບໍລິເວນນະຄອນ ຍັງຄົງສືບຕໍ່ມີການຜັນແປຢ່າງສັບສົນ. ນະຄອນ ໄດ້ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນແຈ້ງອາການສຸຂະພາບໃນທົ່ວປວງຊົນຕາມການແນະນຳຂອງກະຊວງສາທາລະນະສຸກ; ປະຕິບັດວຽກງານຕິດຕາມກວດກາ, ແຍກຕົວອອກຢູ່ຕ່າງຫາກ, ກວດກາບົ່ງມະຕິພະຍາດສຳລັບບັນດາກໍລະນີຖືກສົງໄສຕິດເຊື້ອໄວຣັດ ແລະ ຕິດພະຍາດດັ່ງກ່າວ ຢ່າງເຂັ້ມງວດ. ຢູ່ພາກກາງ, ກໍສືບຕໍ່ຜັນຂະຫຍາຍຫຼາຍມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລາມຂອງໂລກລະບາດ. ຢູ່ນະຄອນດ່າໜັງໄດ້ເພີ່ມທະວີວຽກງານຄວບຄຸມ, ກວດກາເຊື້ອພະຍາດຢູ່ທາງເຂົ້ານະຄອນ. ສ່ວນຢູ່ແຂວງກວ໋າງນາມ ໄດ້ນຳໃຊ້ເຂດທ່ອງທ່ຽວທະເລລະດັບ 4 ດາວໂຮ້ຍອານ ເປັນເຂດພັກເຊົາຊົ່ວຄາວສຳລັບນັກການທູດ ແລະ ແຂກທ່ອງທ່ຽວສາກົນ.
        ຢູ່ກອງປະຊຸມຄະນະຊີ້ນຳວຽກງານສະກັດກັ້ນ ແລະ ຄວບຄຸມໂລກລະບາດ COVID-19, ທ່ານ ຫງວຽນທ້ຽນເຍິນ - ເລຂາຄະນະພັກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ໄດ້ກະກຽມບ່ອນແຍກຕົວອອກຢູ່ຕ່າງຫາກເຊິ່ງສາມາດບັນຈຸໄດ້ 3.000 ຄົນ ແລະ ຈະສືບຕໍ່ເພີ່ມຮາກຖານບ່ອນແຍກຕົວທີ່ສາມາດບັນຈຸກວ່າ 20.000 ຄົນ ຫາກເມື່ອເຊື້ອພະຍາດແຜ່ລະບາດອີກ. ນອກຈາກນັ້ນ, ກໍເພີ່ມທະວີການບຳລຸງສ້າງໃຫ້ແກ່ແພດໝໍ, ພະຍາບານ ແລະ ເພີ່ມປະກອບອຸປະກອນການແພດຕື່ມອີກ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top