• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງໆຈັດງານວາງສະແດງກ່ຽວກັບປະທານ ໂຮ່ຈິມິນ

ວັນທີ 18 ພຶດສະພາ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນໂຮ່ຈິມິນໄດ້ສົມທົບກັບບາງອົງການ, ສຳນັກງານທີ່ກ່ຽວຂ້ອງ ຈັດງານວາງສະແດງປຶ້ມ, ຮູບຖ່າຍ, ວັດຖຸພັນກ່ຽວກັບຫົວເລື່ອງ “ ໂຮ່ຈິມິນ-ຊີວິດ ແລະ ພາລະກິດ ” ຢູ່ຖະໜົນຫງວຽນວັນບີງ

ແຈ່ໜຶ່ງຂອງງານວາງສະແດງ 

ງານວາງສະແດງໄດ້ວາງສະແດງ ວັດຖຸພັນ, ຮູບຖ່າຍສະສົມຂອງຫວຽດນາມ ແລະ ສາກົນກ່ຽວກັບ ຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ.

     ແລະ ໃນຕອນເຊົ້າວັນດຽວກັນ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງເທື່ອທຽນເຫ້ວໄດ້ສົມທົບກັບຫໍພິພິທະພັນ ໂຮ່ຈິມິນສາຂາສານແຂວງເທື່ອທຽນເຫ້ວ ຈັດງານວາງສະແດງ “ ໂຮ່ຈິມິນ-ວາດແຕ້ມຮູບເຄິ່ງຄີງ ”. ງານວາງສະແດງໄດ້ວາງສະອແດງຮູບຖ່າຍ 250 ແຜ່ນກ່ຽວກັບຊີວິດ, ພາລະກິດ, ບຸກຄະລິກກະພາບຂອງປະທານໂຮ່ຈິມິນ. ບັນດາຜູ້ເຂົ້າຊົມງານວາງສະແດງ ກໍລ້ວນແຕ່ສາມາດເຂົ້າໃຈແຈ້ງກ່ຽວກັບຈິດໃຈເມດຕາທີ່ກ້ວາງໃຫຍ່ໄພສານ ແລະ ຊີວິດແບບລຽບງ່າຍຂອງເພິ່ນ. ງານວາງສະແດງຈະເປີດປະຕູຮອດທ້າຍເດືອນສິງຫາຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top