ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເປັນປະທານເຫດການສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງສາຍພົວພັນລະຫວ່າງ ຫວຽດນາມ - ສປຊ ຄົບຮອບ 45 ປີ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກຄືນໃໝ່ກ່ຽວກັບບົດບາດທີ່ຈຳເປັນຂອງຄວາມສາມັກຄີສາກົນ ແລະ ລັດທິຫຼາຍຝ່າຍ ສຳລັບ ສປຊ ເຊິ່ງມີທີ່ຕັ້ງເປັນໃຈກາງ; ຢັ້ງຢືນຄວາມສະໜັບສະໜູນ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບບົດບາດຂອງ ສປຊ ໃນການຊີ້ນຳ, ນຳພາ, ປະສານບັນດາຄວາມມານະພະຍາຍາມຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບສິ່ງທ້າທາຍທົ່ວໂລກ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟ້າມບິ່ງມິງ ພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres
ວັນທີ 23 ກັນຍາ ຢູ່ ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 77 ປີ ແລະ 45 ປີ ແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ສປຊ (20 ກັນຍາ 1977 – 20 ກັນຍາ 2022). ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກຄືນໃໝ່ກ່ຽວກັບບົດບາດທີ່ຈຳເປັນຂອງຄວາມສາມັກຄີສາກົນ ແລະ ລັດທິຫຼາຍຝ່າຍ ສຳລັບ ສປຊ ເຊິ່ງມີທີ່ຕັ້ງເປັນໃຈກາງ; ຢັ້ງຢືນຄວາມສະໜັບສະໜູນ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບບົດບາດຂອງ ສປຊ ໃນການຊີ້ນຳ, ນຳພາ, ປະສານບັນດາຄວາມມານະພະຍາຍາມຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບສິ່ງທ້າທາຍທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ ສະແດງຄວາມຫວັງວ່າ ປະຊາຄົມສາກົນ ຈະສະໜັບສະໜູນ ຫວຽດນາມ ເຂົ້າໃນສະພາສິິດທິມະນຸດ ອາຍຸການ 2023 – 2025 ເພື່ອໃຫ້ ຫວຽດນາມ ສາມາດປະກອບສ່ວນຫຼາຍກວ່າເຂົ້າໃນວຽກງານລວມຂອງ ສປຊ ໃນພາລະກຳທີ່ສຳຄັນ ເພື່ອຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມບິ່ງມິງ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte; ພົບປະກັບທ່ານປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 77, ຕ້ອນຮັບລັດຖະມົນຕີການຕ່າງປະເທດ Sierra Leon; ລັດຖະມົນຕີການຕ່າງປະເທດ Guinea – Bissau ແລະ ທ່ານລັດຖະມົນຕີການຕ່າງປະເທດ Malawi. ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ.
(ແຫຼ່ງຄັດຈາກ VOV)