• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ

ນີ້ເປັນຄັ້ງທີ 2, ທ່ານປະທານາທິບໍດີ Joko Widodo ເດີນທາງມາ ຫວຽດນາມ ແລະ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ, ຜ່ານນັ້ນ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ເຊິ່ງໄດ້ເພີ່ມພູນຄູນສ້າງມາໃນຕະຫຼອດເກືອບ 70 ປີ ຜ່ານມາ.
ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: AFP)

ຕອນບ່າຍວັນທີ 11 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ແຕ່ວັນທີ 11 – 13 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານປະ ເທດ ຫວຽດນາມ ຫວໍວັນເຖືອງ. ນີ້ເປັນຄັ້ງທີ 2, ທ່ານປະທານາທິບໍດີ Joko Widodo ເດີນທາງມາ ຫວຽດນາມ ແລະ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ, ຜ່ານນັ້ນ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ເຊິ່ງໄດ້ເພີ່ມພູນຄູນສ້າງມາໃນຕະຫຼອດເກືອບ 70 ປີ ຜ່ານມາ.  ໃນການຢ້ຽມຢາມຄັ້ງນີ້, ການນຳສອງຝ່າຍຈະແລກປ່ຽນກ່ຽວກັບຫຼາຍຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນ: ຊຸກຍູ້ການຄ້າ ແລະ ການລົງທຶນ, ການຮ່ວມມືໃນການຫັນປ່ຽນພະລັງງານ, ພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ, ເສດຖະກິດດີຈີຕອນ, ການຮ່ວມມືໃນຂົງເຂດການຜະລິດລົດໄຟຟ້າ, ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ; ຊຸກຍູ້ການຮ່ວມມື ແລະ ສົມທົບກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top