• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າອ່ຽງພັດທະນາຢ່າງຕັ້ງຫນ້າຂອງບັນດາພື້ນຖານເສດຖະກິດສະມາຊິກໃນການປະຕິບັດໂຄງການດຳເນີນງານຮ່ວມຂອງAPEC

      ພາຍຫລັງປະຊຸມມາເປັນເວລາ 2 ວັນ, ກອງປະຊຸມສະຫລຸບ ບັນດາເຈົ້າຫນ້າທີ່ອາວຸໂສ APEC ໄດ້ອັດລົງໃນຕອນບ່າຍວັນທີ 7 ພະຈິກ ຢູ່ ນະຄອນ ດາຫນັງ.
      ທີ່ການປະຊຸມຂ່າວໃນວັນດຽວກັນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ປະທານ SOM APEC 2017 ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບເນື້ອໃນສຸດທ້າຍເພື່ອຍື່ນສະເຫນີຕໍ່ກອງປະຊຸມລະຫລ່າງ ລັດຖະມົນຕີການຕ່າງປະເທດ  ແລະ ເສດຖະກິດ APEC ຄັ້ງທີ 29 ແລະ ກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ຈະດຳເນີນໃນສອງສາມມື້ຈະມາເຖິງ. ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະຫລຸບ 4 ຄະນະກຳມະການ APEC ກ່ຽວກັບດ້ານການຄ້າ ການລົງທຶນ, ເສດຖະກິດ, ເຕັກນິກ ແລະ ງົບປະມານ. ບົດລາຍງານສະແດງໃຫ້ເຫັນທ່າອ່ຽງການພັດທະນາຢ່າງຕັ້ງຫນ້າຂອງບັນດາພື້ນຖານເສດຖະກິດສະມາຊິກ ໃນການປະຕິບັດໂຄງການດຳເນີນງານຮ່ວມຂອງ APEC, ພົ້ນເດັ່ນແມ່ນການພັດທະນາແຫລ່ງຊັບພະຍາກອນມະນຸດ, ຫນູນຊ່ວຍວິສາຫະກິດຂະຫນາດນ້ອຍສຸດ, ນ້ອຍ ແລະ ກາງ, ຍົກສູງກຳລັງແກ້ງແຍງ້ໃນຂົງເຂດການບໍລິການ. ກ່ຽວກັບການຄ້າເສລີ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາ ບູ່ຍແທງເຊີນ ໃຫ້ຮູ້ວ່າ:
        ການຄ້າເສລີ ແມ່ນບັນຫາຊື່ງພວກຂ້າພະເຈົ້າຖືວ່ງແມ່ນຫລັກແຫລ່ງໃນຫລັກການຮ່ວມມື APEC. ວິວັດການຮ່ວມມືໃນ APEC ສະແດງໃຫ້ເຫັນຢ່າງງຈະແຈ້ງວ່າ: APEC ແມ່ນກົນໄກແຖວຫນ້າໃນພາກພື້ນ ຊຸກຍູ້ການຮ່ວມສຳພັນພາກພື້ນ ແລະ ຄວາມຈິງ ວິວັດການນັ້ນໄດ້ນຳມາເຊິ່ງໝາກຜົນຕັ້ງຫນ້າໃຫ້ແກ່ບັນດາພື້ນຖານເສດຖະກິດສະມາຊິກ. ຂ້າພະເຈົ້າອາດຈະຢືນຢັນວ່າ ທຸກພື້ນຖານເສດຖະກິດ ລ້ວນແຕ່ມີຄວາມປາດຖະຫນາຢາກເພີ່ມທະວີດ້ານການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ນີ້ແມ່ນກຳລັງຫນູນເພື່ອໃຫ້ບັນດາພື້ນຖານເສດຖະກິດພັດທະນາ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top