• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Trump ນາບຂູ່ຈັດວາງພາສີສຳລັບບັນດາປະເທດທີ່ບໍ່ສະໜັບສະໜູນເປົ້າໝາຍ ອາເມລິກາ ຄວບຄຸມ Greenland

ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນ ບັນດາປະເທດ ເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump.
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ (ພາບປະກອບ: REUTERS/Kevin Lamarque)

ວັນທີ 16 ມັງກອນ, ທ່ານ Donald Trump,  ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານອາດຈະຈັດວາງພາສີສຳລັບບັນດາປະເທດທີ່ບໍ່ຍອມຮັບເປົ້າໝາຍຂອງ ວໍຊິງຕັນ ແມ່ນຍາດເອົາສິດຄວບຄຸມ Greenland.

        ກ່າວຄຳເຫັນຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນ ບັນດາປະເທດ ເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump. ປະຈຸບັນ, ອາເມລິກາ ພວມຈັດວາງອັດຕາພາສີສູງສຸດ 15% ສຳລັບສິນຄ້າສົ່ງອອກຈາກສະຫະພາບ ເອີລົບ (ອີຢູ) ໃນຂະນະນັ້ນ, ອີຢູ ແມ່ນຄູ່ຄ້າ ແລະ ແຫຼ່ງນຳເຂົ້າໃຫຍ່ທີ່ສຸດຂອງ ວໍຊິງຕັນ.

        ຫວ່າງມໍ່ໆມານີ້, ທ່ານ Donald Trump ໄດ້ເນັ້ນໜັກຢ່າງລຽນຕິດຕໍ່ເລື່ອງຄວບຄຸມ Greenland ແມ່ນຄວາມຈຳເປັນໃຫ້ແກ່ຄວາມໝັ້ນຄົງຂອງ ອາເມລິກາ. ປະທານາທິບໍດີ ອາເມລິກາ ກໍ່ອາດອາສາດຈະນຳໃຊ້ມາດຕະການດ້ານການທະຫານ, ເຖິງໄດ້ໃຫ້ຮູ້ວ່າ ໃຫ້ບຸລິມະສິດບັນດາຄວາມມານະພະຍາຍາມຜ່ານທາງການທູດ.

​(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top