• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Mikhail Mitshustin ສື​ບ​ຕໍ່​ເປັນ​ນາຍ​ົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງເຊັນດຳລັດວ່າດ້ວຍການແຕ່ງຕັ້ງທ່ານ Mikhail Mishustin ເປັນນາຍົກລັດຖະມົນຕີ.
ການໃຫ້ສັດຕະຍາບັນຜູ້ຮັບສະໝັກເລືອກຕັ້ງ ນາຍົກລັດຖະມົນຕີ ຢູ່ ສະພາຕ່ຳ (ພາບ: Ria Novosti)

ວັນທີ 10 ພຶດສະພາ, ທີ່ວາລະປະຊຸມຄົບຄະນະ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ສະພາຕ່ຳ ລັດເຊຍ ໄດ້ປ່ອນບັດໃຫ້ສັດຕະຍາບັນການແຕ່ງຕັ້ງທ່ານ Mikhail Mishustin ເປັນນາຍົກລັດຖະມົນຕີ, ຕາມການສະເໜີເລືອກຕັ້ງຂອງທ່ານປະທານາທິບໍດີ Vladimir Putin. ທ່ານ Mikhail Mishustin ຊີ້ແຈ້ງ 6 ຂົງເຂດເຊິ່ງ ລັດຖະບານຊຸດໃໝ່ຈະສຸມໃສ່ຜັນຂະຫຍາຍ. ນັ້ນແມ່ນ: ປັບປຸງພື້ນຖານເສດຖະກິດ; ຮັບປະກັນລິຂະສິດເຕັກໂນໂລຢີ; ຫັນປ່ຽນເຕັກນິກດີຈີຕອນ; ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ແລະ ໜູນຊ່ວຍບັນດາຄອບຄົວທີ່ມີລູກນ້ອຍ; ປົວແປງສະຫວັດດີການຂອງປະຊາຊົນ; ພັດທະນາຄວາມດຸ່ນດ່ຽງລະຫວ່າງບັນດາເຂດ ແລະ ພື້ນຖານໂຄງລ່າງ.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງເຊັນດຳລັດວ່າດ້ວຍການແຕ່ງຕັ້ງທ່ານ Mikhail Mishustin ເປັນນາຍົກລັດຖະມົນຕີ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top