ຂ່າວສານ
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເປັນປະທານງານລ້ຽງລະດັບຊາດຕ້ອນຮັບຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ
ຕອນຄ່ຳວັນທີ 10 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ສາມີ ຢ່າງສົມກຽດ, ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ, ແຕ່ວັນທີ 09 – 12 ກັນຍາ.
ທີ່ງານລ້ຽງ, ທ່ານປະທານປະເທດ ເລືອງເກື່ອງ, ໄດ້ເນັ້ນໜັກວ່າ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ພວມຢູ່ໃນໄລຍະພັດທະນາຮຸ່ງເຮືອງທ່ີສຸດ ພາຍຫຼັງກວ່າ 1 ທົດສະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ; ທ່ານເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ຈະສືບຕໍ່ພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ໃນບົດກ່າວຕອບຄືນ, ທ່ານນາງ Sam Mostyn ຖືວ່າ, ເລື່ອງ 2 ປະເທດຍົກລະດັບການພົວພັນດ້ານການທູດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນຂີດໝາຍປະຫວັດສາດ, ສ່ອງແສງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງເລິກເຊິ່ງ ແລະ ຄວາມຄາດຫວັງລວມຂອງ 2 ຊາດ, ມຸ່ງໄປເຖິງເລື່ອງພ້ອມກັນຮ່ວມມືເພື່ອສ້າງອະນາຄົດທີ່ດີງາມກວ່າໃຫ້ທັງ 2 ປະເທດ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ດຳເນີນການພົບປະສົນທະນາກັບ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເຫັນດີສືບຕໍ່ເພີ່ມທະວີເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີລະດັບຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືພັດທະນາ, ການສຶກສາ - ບຳລຸງສ້າງ ແລະ ວິທະຍາສາດ - ເຕັກໂນໂລຊີ; ຮ່ວມມືດ້ານວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ.
ສ່ວນທ່ານນາງ Sam Mostyn ແບ່ງປັນວ່າ, ອົດສະຕາລີ ປາດຖະໜາຢາກເພີ່ມທະວີບັນດາໂອກາດລົງທຶນເຂົ້າ ຫວຽດນາມ ຜ່ານຫ້ອງການສົ່ງເສີມການລົງທຶນທີ່ໄດ້ສ້າງຂຶ້ນຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ; ເຫັນດີເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ທ່ານນາງປາດຖະໜາຢາກເຮັດໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ.









