• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເຈິ່ນເກີ້ມຕູ໋, ຜູ້ປະຈຳການຄະນະເລຂາທິການ ເດີນທາງໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ

ຕອນ​ເຊົ້າ​ວັນ​ທີ 24 ສິງ​ຫາ​. ທ່ານ ເຈິ່ນ​ເກີ້ມ​ຕູ໋​, ກຳ​ມະ​ການ​ກົມ​ການ​ເມືອງ​, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິການ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​, ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ ໄປ​ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ​
  ທ່ານ ເຈິ່ນ​ເກີ້ມ​ຕູ໋​, ກຳ​ມະ​ການ​ກົມ​ການ​ເມືອງ​, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິການ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​ ເດີນ​ທາງໄປ​ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ​ (ພາບ:Phương Hoa/VNA)  

ແລະ ​ເປັນ​ປະ​ທານຮ່ວມການ​ສົນທະນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທີ 1 ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກກະ​ທຳເພື່ອປະ​ຊາ​ຊົນ ສິງ​ກະ​ໂປ​, ເຊິ່ງ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ວັນ​ທີ 24 – 25 ສິງ​ຫາ​, ຕາມ​ຄຳ​ເຊີນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ກະ​ທຳເພື່ອປະ​ຊາ​ຊົນ ສິງ​ກະ​ໂປ​.

​ການ​ປະ​ຕິ​ບັດ​ງານ​ຢູ່ ສິງ​ກະ​ໂປ ຂອງ​ທ່ານ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິການ ເຈິ່ນ​ເກີ້ມ​ຕູ໋ ມີຄວາມ​ໝາຍ​ພິ​ເສດ ດ້ວຍ​ບັນ​ດາ​ຂີດ​ໝາຍ​ທຳ​ອິດ​, ນັ້ນ​ແມ່ນ​: ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ຜູ້​ປະ​ຈຳ​ການ ຄະ​ນະ​ເລ​ຂາທິການ ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ​. ນີ້​ກໍ່ແມ່ນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ກົນ​ໄກການສົນທະນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ​ ທີ່​ການ​ນຳ​ສອງ​ປະ​ເທດ​ຫາ​ກໍ່​ເປັນ​ເອ​ກະ​ພາບກັນ​ສ້າງ​ຕັ້ງ​ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສິງ​ກະ​ໂປ ຂອງ​ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ເດືອນ ພຶດ​ສະ​ພາ ຜ່ານ​ມາ​. ປະ​ຈຸ​ບັນ​, ຫວຽດ​ນາມ ແມ່ນ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທຳ​ອິດທີ່ມີ​ກົນ​ໄກ​ຄ້າຍ​ຄື​ກັນ​ກັບ​ພັກກະ​ທຳເພື່ອປະ​ຊາ​ຊົນ ສິງ​ກະ​ໂປ​

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top