• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມກອງປະຊຸມສະຫະສະມາຄົມຕົວເມືອງວິທະຍາສາດໂລກ (WTA) ຄັ້ງທີ 11

ກອງປະຊຸມສະຫະສະມາຄົມຕົວເມືອງວິທະຍາສາດໂລກ (WTA) ຄັ້ງທີ 11 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ຕຸລາ ຢູ່ ແຂວງ ບີງເຢືອງ. 
 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມກ່າວຄຳເຫັນໄຂກອງປະຊຸມ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ ພື້ນຖານເສດຖະກິດອັດສະລິຍະ, ຕົວເມືອງ ອັດສະລິຍະ ຕ້ອງຕິດພັນກັບເຕັກໂນໂລຊີ ແລະ ພາຫະນະ ເພື່ອໃຫ້ທຸກແຫລ່ງກຳລັງໃນສັງຄົມໄດ້ຊົມໃຊ້ຢ່າງມີປະສິດທິຜົນທີ່ສຸດ ເພື່ອການພັດທະນາໃນອະນາຄົດ. ທ່ານຮອງນາຍົກລັດຖະມົນຕີ ປາດຖະຫນາວ່າ ບັນດານັກວິທະຍາສາດ, ນັກຄຸ້ມຄອງ, ນັກບໍລິຫານ.. ຈະສືບຕໍ່ຮ່ວມມືກັບ ແຂວງ ບີງເຢືອງ ເພື່ອໃຫ້ມີການປະກອບສ່ວນພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ:

        “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ທີ່ບັນດາເຫດການນີ້  ແລະ ບັນດາເຫດການຕໍ່ໄປ ເພື່ອໃຫ້ພວກເພື່ອນຈະພ້ອມກັນແບ່ງປັນບົດຮຽນອັນລ້ຳຄ່າ ນັບທັງເລືື່ອງປະສົບຜົນສຳເລັດ ແລະ ຍັງບໍ່ທັນປະສົບຜົນສຳເລັດ ເພື່ອໃຫ້ພວກເຮົາຍາດແຍ່ງຜົນສຳເລັດຂອງການປະຕິວັດນຳມາໃຫ້ໄດ້ດີທີ່ສຸດ.”

ທີ່ກອງປະຊຸມ, ສະມາຊິກ WTA ທັງໝົດ ແລະ ບັນດາຄູ່ຮ່ວມມື ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະ ເພື່ອສ້າງວິໄສທັດໃຫມ່ໃນທົດສະວັດຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top