• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນ​ຊວັນ​ຟຸກ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ ປະ​ທານ​ປະ​ເທດ​ຫວຽດ​ນາມ

ຕອນເຊົ້າວັນທີ 5 ເມສາ, ດ້ວຍອັດຕາ 97,5% ຈຳນວນສະມາຊິກສະພາແຫ່ງຊາດຫວຽດນາມ ເຫັນດີ, ສະພາແຫ່ງຊາດ ໄດ້ເຫັນດີເລືອກຕັ້ງທ່ານ ຫງວຽນຊວັນຟຸກ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທ່ານ ຫງວຽນຊວັນຟຸກ ສາບານຕົວເຂົ້າຮັບຕຳແໜ່ງເປັນປະທານປະເທດ ຫວຽດນາມ (ພາບ: VGP)

ພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ບົດຮຽນ, ປະສົບການຂອງບັນດາການນຳຊຸດກ່ອນ ແມ່ນພື້ນຖານອັນລ້ຳຄ່າເພື່ອໃຫ້ທ່ານສືບທອດ ແລະ ສູ້ຊົນປະຕິບັດໜ້າທີ່ສຳຄັນຂອງຕົນໃນຖານະເປັນປະທານປະເທດໃຫ້ເປັນຢ່າງດີ. ທ່ານກ່າວວ່າ:

        “ຂ້າພະເຈົ້າຂໍໝັ້ນໝາຍຕໍ່ສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດວ່າ ຈະສຸດຈິດສຸດໃຈ, ສຸມກຳລັງເຫື່ອແຮງຂອງຕົນ, ມີຄວາມຮັບຜິດຊອບ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ, ປະຕິບັດໜ້າທີ່ ແລະ ສິດອຳນາດຂອງປະທານປະເທດຢ່າງຄົບຖ້ວນ; ສົມທົບກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການສູງສຸດ, ແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ; ຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ; ໃກ້ຊິດສະໜິດສະໜົມ, ຮັບຟັງ ແລະ ຮັບເອົາຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ; ພ້ອມທັງປາດຖະໜາວ່າ ຈະໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຂອງທັງລະບົບການເມືອງ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ປະຊາຊົນທີ່ຢູ່ຕ່າງປະເທດ ເພື່ອປະຕິບັດສຳເລັດໜ້າທີ່ສຳຄັນທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີທີ່ສຸດ”.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບດອກໄມ້ອວຍພອນທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກ, ດ້ວຍຄຸນນະທາດ ແລະ ພູມປັນຍາຂອງຊາວ ຫວຽດນາມ, ກຳລັງແຮງຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການສະໜັບສະໜູນຂອງເພື່ອນມິດສາກົນ, ແນ່ນອນວ່າ ປະເທດ ຫວຽດນາມ ຈະຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ແລະ ຈະມີແຕ່ຄວາມສະຫງົບສຸກ, ປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກໄດ້ວາງອອກຢ່າງມີໄຊ.

 

        “ຫວຽດນາມ ແມ່ນປະເທດທີ່ມີຫຼາຍຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ, ແຕ່ພວກເຮົາມີຫົວໃຈ, ມີຊາຍຄາລວມອັນດຽວກັນ, ມີປະຫວັດສາດ ແລະ ພາລະກຳທີ່ສະຫງ່າລາສີ. ຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ທີ່ໝັ້ນຄົງເຂັ້ມແຂງ ໃນປີ 2045 ສາມາດທັດທຽມກັບບັນດາປະເທດມະຫາອຳນາດໃນທົ່ວທຸກທະວີບ ຄືດັ່ງຄວາມຫວັງຂອງປະທານໂຮ່ຈີມິນ ແລະ ກໍແມ່ນເນື້ອໃຈຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ໄດ້ວາງອອກ, ນັ້ນບໍ່ແມ່ນຂອງຂວັນທີ່ໄດ້ມີກຽມໄວ້ໃຫ້ແກ່ປີ 2045, ແຕ່ມັນແມ່ນເປົ້າໝາຍອັນສູງສົ່ງຂອງ ຫວຽດນາມ ໃນວັນນີ້ ແລະ ຄົນລຸ້ນຕໍ່ໆໄປ ຕ້ອງມານະພະຍາຍາມສູ້ຊົນເພື່ອບັນລຸໄດ້. ພວກເຮົາມີຄວາມເຊື່ອໝັ້ນຢ່າງແນວແນວ່າ: ສືບທອດບັນດາມູນເຊື້ອອັນສະຫງ່າອົງອາດ ຈະເສີມຂະຫຍາຍເພື່ອບັນລຸໄດ້ບັນດາຜົນງານໃໝ່ ມຸ່ງໄປເຖິງການສ້າງປະເທດ ຫວຽດນາມ ຮັ່ງມີ, ໝັ້ນຄົງ, ເຂັ້ມແຂງ.”

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top