• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນຊວັນຟຸກ ໄດ້ຮັບການສະເໜີຮັບດຳລົງຕຳແໜ່ງເປັນປະທານປະເທດ

      ຕອນບ່າຍວັນທີ 02 ເມສາ, ພາຍຫລັງສະພາແຫ່ງຊາດພົ້ນຕຳແໜ່ງປະທານປະເທດສຳລັບທ່ານ ຫງວຽນຝູຈ້ອງ, ຄະນະປະຈຳສະພາແຫ່ງຊາດໄດ້ຍື່ນບັນຊີລາຍຊື່ສະເໜີ ເພື່ອເລືອກຕັ້ງປະທານປະເທດ.
ທ່ານ ຫງວຽນຊວັນຟຸກ. ພາບ: vnexpress.net
      ທ່ານ ຫງວຽນຊວັນຟຸກ ໄດ້ຮັບການສະເໜີຮັບດຳລົງຕຳແໜ່ງເປັນປະທານປະເທດ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຄະນະກ່ຽວກັບບັນຊີລາຍຊື່ສະເໜີດັ່ງກ່າວ.
        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 02 ເມສາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV ໄດ້ຮັບຮອງເອົາມະຕິພົ້ນຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານ ຫງວຽນຊວັນຟຸກ ຢ່າງເປັນທາງການ.
        ຕາມລາຍການເຮັດວຽກ, ຕອນເຊົ້າວັນທີ 05 ເມສາ, ສະພາແຫ່ງຊາດຈະເລືອກຕັ້ງປະທານປະເທດຄົນໃໝ່ ດ້ວຍຮູບການປ່ອນບັດລັບ.
        ທ່ານ ຫງວຽນຊວັນຟຸກ ເກີດວັນທີ 20 ເດືອນ 7 ປີ 1954 ຢູ່ຕາແສງ ກຸ໊ຍຝູ, ເມືອງ ກຸ໊ຍເຊີນ, ແຂວງ ກ໊ວາງນາມ. ທ່ານ ຫງວຽນຊວັນຟຸກ ເປັນກຳມະການກົມການເມືອງຊຸດທີ XI, XII, XIII; ກຳມະການສູນກາງພັກ: ຊຸດທີ X, XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XI, XIII, XIV.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top