• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີຫວຽດນາມຕ້ອນຮັບເອກອັກຄະລັດຖະທູດ ກຳປູເຈຍ


ທ່ານ ຟ້າມ​ບີງ​ມີງ ຕ້ອນ​ຮັບ ທ່ານ Prak Nguon Hong
(ພາບ: VGP)

      ຕອນ​ບ່າຍ​ວັ​ນທີ 13/12, ຢູ່ ຮ່າ​ໂນ້ຍ,  ທ່ານ ຟ້າມ​ບີງ​ມີງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຫວຽດ​ນາມ ​ໄດ້ຕ້ອນ​ຮັບ ທ່ານ Prak Nguon Hong ເອກ​ອັກ​ຄະ​ລັດ​ຖະ​​ທູດ ກຳ​ປູ​ເຈຍ ປະຈຳ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ໄດ້​ຮັບ​ໜ້າ​ທີ່​ປະຕິບັດ​ງານ​ຢູ່ ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າ​ມບີ​ງມິງ ສະ​ເໜີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ກຳ​ປູ​ເຈຍ, ພິ​ເສດ​ແມ່ນ ສະ​ຖານ​ທູດ ກຳ​ປູ​ເຈຍ ສືບ​ຕໍ່​ຮ່ວມ​ມື​ກັບກະ​ຊວງ​ການ​ຕ່າງ​ປະ​ເທດຢ່າງ​ແໜ້ນ​ແຟ້ນ ແລະ ບັນ​ດາ​ອົງ​ການ​​ທີ່ກ່ຽວ​ຂ້ອງ ຂອງ ຫວຽດ​ນາມ ໃນ​ການ​ກະ​ກຽມ​ໃຫ້​​ບັນ​ດາ​ການ​ຢ້ຽມ​ຢາມ ຂອງ ການນຳຂັ້ນ​ສູງ​ສອງ​ປະ​ເທດ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ສຳ​ຄັນ ຄື ຄະ​ນະ​ກຳ​ມະການ​ປະ​ສົມ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ກອງ​ປະ​ຊຸມ​ຮ່ວມ​ມື ແລະ ພັດ​ທະ​ນາ ບັນ​ດາ ແຂວງ​ເຂດ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ. ພິ​ເສດ​ແມ່ນ ເລື່ອງ​ຈັດ​ຕັ້ງ​ພິທີສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ ຄົບ​ຮອບ 50 ປີ (24/6/1967 – 24/6/2017).
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top