• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ປະທານາທິບໍດີ Donald Trump ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ

ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຖະແຫລງວ່າ ປັກກິ່ງ ຍາມໃດກໍ່ຮັບຮູ້ ແລະ ພັດທະນາການພົວພັນ ຈີນ -ອາເມລິກາ
ທ່ານ ປະທານາທິບໍດີ Donald Trump ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ .(ພາບ: Reuters)

ວັນທີ 17 ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດວ່າ ທ່ານເອງ ຫາກໍ່ດຳເນີນການໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ ໃນວັນດຽວກັນ.

ເມື່ອປະກາດທາງສື່ສັງຄົມອອນລາຍ Truth Social, ທ່ານ D.Trump ໃຫ້ຮູ້ວ່າ: ສອງຝ່າຍໄດ້ປຶກສາຫາລືບັນດາບັນຫາລວມມີ: ການດຸນດຽງການຄ້າ, ທາດ fentanyl, TikTok ແລະ ຫລາຍບັນຫາອື່ນອີກ. ການນຳສອງທ່ານ ເຫັນດີ ຈະເຮັດທຸກສິ່ງທຸກຢ່າງທີ່ອາດຈະເຮັດໄດ້ເພື່ອເຮັດໃຫ້ໂລກກາຍເປັນສັນຕິພາບ ແລະ ປອດໄພກວ່າ.

ແລະກໍ່ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຖະແຫລງວ່າ ປັກກິ່ງ ຍາມໃດກໍ່ຮັບຮູ້ ແລະ ພັດທະນາການພົວພັນ ຈີນ - ອາເມລິກາ ຕາມບັນດາຫລັກການເຄົາລົບເຊິ່ງກັນ ແລະກັນ, ພ້ອມກັນດຳລົງຊີວິດໃນສັນຕິພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງຮັບໄຊຊະນະ. ປັກກິ່ງ ກໍຢືນຢັນ “ພ້ອມແລ້ວທີ່ຈະເພີ່ມທະວີການເຈລະຈາ ແລະ ການປຶກສາຫາລືກັບລັດຖະບານໃຫມ່ຂອງ ອາເມລິກາ, ຄຸ້ມຄອງຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ເປີດກວ້າງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນຊຸກຍູ້ການພົວພັນ ຈີນ - ອາເມລິກາ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ປອດໃສ, ຍືນຍົງ, ຊອກຫາເສັ້ນທາງອັນຖືກຕ້ອງເພ່ືອໃຫ້ສອງປະເທດປ່ອງດອງກັນໃນໄລຍະໃຫມ່.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top