• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ອາເມລິກາ

      ຕອນເຊົ້າວັນທີ 29 ພຶດສະພາ, ຕາມເວລາ ອາເມລິກາ (ກົງກັບຕອນຄໍ່າວັນທີ 29 ພຶດສະພາ ຕາມເວລາ ຫວຽດນາມ). 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຢ້ຽມຢາມ ອາເມລິກາ
      ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງເຖິງສະໜາມບິນ Kennedy, Newyork, ເລີ່ມຕົ້ນການຢ້ຽມຢາມ ສະຫະລັດອາເມລິກາ ຢ່າງເປັນທາງການ, ຕາມຄໍາເຊື້ອເຊີນຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ. ອອກຕ້ອນຮັບ ທ່ານນາຍົກລົດຖະມົນຕີ ມີ ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ; ທ່ານ ນາງ ຫງວຽນເຟືອງງາ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ແລະ ພະນັກງານອີກຫຼາຍທ່ານ.
        ຕາມໂຄງການດຳເນີນງານ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະເຈລະຈາກັບ ທ່ານ Donald Trump,  ພົບປະກັບ ສ.ສ.ຊ ແລະ ລັດຖະມົນຕີ ບາງທ່ານ ຂອງອາເມລິກາ, ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ພົບປະກັບບັນດາວິສາຫະກິດ ອາເມລິກາ, ກ່າວຄຳເຫັນໃນກອງທຶນມໍລະດົກ, ພົບປະກັບປະຊາຄົມຊາວຫວຽດນາມ ປະຈຳ ອາເມລິກາ.
        ໃນຕອນບ່າຍວັນດຽວກັນຕາມເວລາທ້ອງຖິ່ນ, ທ່ານ ຫງວຽນຊວນຟຸກ ມີການຕ້ອນ ຮັບນັກທຸລະກິດ ແລະ ປັນຍາຊົນຊາວອາເມລິການ ເຊື້ອຊາດ ຫວຽດນາມ ຈຳນວນໜຶ່ງ ແລະ ໂອ້ລົມກັບພະນັກງານ, ພາລະກອນຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ.
        ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ສະຫະປະຊາຊາດ (1977-2017), ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຊວນຟຸກ ຈະຢ້ຽມຢາມນະຄອນ New York,  ພົບປະ ທ່ານ Antonio Guterres ເລຂາທິການໃຫຍ່ ສ.ປ.ຊ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ສະຫະປະຊາຊາດ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top