• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ

ການນຳສອງທ່ານໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເປີດກວ້າງການຮ່ວມມືສອງຝ່າຍເປັນຕົ້ນແມ່ນໃນບັນດາຂົງເຂດທີ່ມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນຄືພະລັງງານ, ການຄ້າ - ການລົງທຶນ...
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin. (ພາບ: THỐNG NHẤT/TTXVN).

ຕອນບ່າຍວັນທີ 8 ພຶດສະພາ (ຕາມເວລາທ້ອງຖິ່ນ), ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ອາເຊັກໄບຊານ ໃນລະຫວ່າງວັນທີ 7 – 8 ພຶດສະພາ, ທ່ານເລຂາທິກາໃຫຍ່ ໂຕເລິມ ແລະ ພັນລະຍາທ່ານນາງ ໂງເຟືອງລີ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນສາກົນ Heydar Aliyev (ອາເຊັກໄບຊານ)  ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ໃນສົງຄາມປົກປ້ອງປະຕິພູມອັນຍິ່ງໃຫຍ່ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin.

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ສະໜາມບິນ Vnukovo 2, ຢູ່ມົດສະກູ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ຢູ່ທຳນຽບນາຍົກລັດຖະມົນຕີ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນພິເສດການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມແລ້ວທີ່ຈະຮ່ວມມືກັບ ສະຫະພັນ ລັດເຊຍຢ່າງແໜ້ນແຟ້ນ ເພື່ອຍົກລະດັບການພົວພັນ. ທ່ານເລຂາທິການໃຫຍ່ ກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ໂດຍຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມລັດເຊຍ, ທ່ານນາຍົກລັດຖະມົນຕີ Mikhail Mishustin ຢັ້ງຢືນວ່າ ລັດເຊຍຍາມໃດກໍ່ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ, ທ່ານເນັ້ນໜັກການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສະຫະພັນລັດເຊຍ ແລະ ຫວຽດນາມ ເລິກເຊິ່ງກ່ວາອີກ.

ການນຳສອງທ່ານໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເປີດກວ້າງການຮ່ວມມືສອງຝ່າຍເປັນຕົ້ນແມ່ນໃນບັນດາຂົງເຂດທີ່ມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນຄືພະລັງງານ, ການຄ້າ - ການລົງທຶນ, ອຸດສາຫະກຳດ້ານປ້ອງກັນຊາດ, ຄົມມະນາຄົມຂົນສົ່ງ, ເຕັກໂນໂລຢີສູງ, ປັນຍາປະດິດ, ເສດຖະກິດດີຈີຕອນ, ການແພດ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ ການຮ່ວມມືທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

Top