ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ: ຮັບປະກັນບັນດາອົງການສຳນັກງານພາຍຫຼັງບຸນເຕັດຕ້ອງເຄື່ອນໄຫວໃນທັນທີ, ບໍ່ຂາດວັກຂາດຕອນ
ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຕ້ອງມີການຕີລາຄາສັງລວມກ່ຽວກັບຄວາມຕ້ອງການບໍລິໂພກ, ກຳລັງຊື້ໃນໂອກາດບຸນເຕັດຂອງປະຊາຊົນເພື່ອມີມາດຕະການບໍລິຫານການຜະລິດ, ກຳນົດທິດການຕະຫຼາດ, “ກະຕຸ້ນ” ການບໍລິໂພກອຸປະໂພກຢູ່ພາຍໃນປະເທດ…
ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ກະກຽມເນື້ອໃນກອງປະຊຸມສະພາແຫ່ງຊາດໃນເດືອນ ກຸມພາ ນີ້ຢ່າງລອບຄອບຖີ່ຖ້ວນ; ຍູ້ແຮງການປະຕິບັດມະຕິວ່າດ້ວຍບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ; ຕັດສິນໃຈປະຕິບັດບັນດາແຜນນະໂຍບາຍ, ມາດຕະການປະຕິບັດເປົ້າໝາຍເຕີບໂຕ GDP ກວ່າ 8% ໃນປີ 2025 ຢ່າງຂ້ຽວຂາດ, ສ້າງທ່ວງທ່າເພື່ອມີການເຕີບໂຕດ້ວຍສອງຕົວເລກໃນໄລຍະ 2026 – 2030. ທຸກຂັ້ນ, ຂະແໜງການຜັນຂະຫຍາຍບັນດາມາດຕະການປ່ອຍເງິນລົງທຶນພາກລັດແຕ່ຕົ້ນປີ, ແກ້ໄຂບັນດາຈຸດອຸດຕັນເພື່ອພັດທະນາເສດຖະກິດ - ສັງຄົມ.