• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ ກອງພັນນ້ອຍ ລູກ​ສອນ​ໄຟ 490, ເຫຼົ່າ​ທັບປຶນ​ໃຫຍ່

ຕອນເຊົ້າວັນທີ 10 ກຸມພາ, ຢູ່ຫ໋າຍເຢືອງ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມໂຕເລິມໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງພັນນ້ອຍລູກສອນໄຟ 490, ເຫຼົ່າທັບປຶນໃຫຍ່, ກະຊວງປ້ອງກັນປະເທດ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມໂຕເລິມ ກ່າວຄຳຫັນທີ່ການເຮັດວຽກ. (ພາບ: Thống Nhất/TTXVN)

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ໄດ້ຍ້ອງຍໍຊົມເຊີຍກອງພັນນ້ອຍໃນໄລຍະຜ່ານມາ ໄດ້ສ້າງຈິດໃຈສາມັກຄີ, ເປັນເອກະພາບຢ່າງສູງກ່ຽວກັບໜ້າທີ່, ຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈໃຫ້ແກ່ພະນັກງານ, ນັກຮົບ. ພິເສດ, ກອມພັນນ້ອຍໄດ້ເສີມຂະຫຍາຍກຳລັງພາຍໃນເປັນຢ່າງດີ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັກສາການພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງອຳນາດການປົກຄອງກັບປະຊາຊົນທ້ອງຖິ່ນ. ໃນໄລຍະໃໝ່, ທ່ານເລຂາທິການໃຫຍ່ສະເໜີກອງພັນນ້ອຍກຳແໜ້ນຄວາມຮຽກຮ້ອງຕ້ອງການໃນລະດັບສູງຂອງໜ້າທີ່ປົກປັກຮັກສາປະເທດຊາດ, ຈາກນັ້ນມີຄວາມຮັບຮູ້ຢ່າງຖືກຕ້ອງ, ຕັດສິນໃຈ ແລະ ມານະພະຍາຍາມໃນການປະຕິບັດ ສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:

ຕ້ອງຍາດແຍ່ງທຸກໂອກາດ, ຕ້ອງຍົກສູງຄຸນນະພາບສັງລວມ, ຄວາມສາມາດກຽມພ້ອມການສູ້ຮົບຂອງເຫຼົ່າທັບປຶນໃຫຍ່ຢ່າງບໍ່ຢຸດຢັ້ງ, ຕາມທິດປະຕິວັດກຳລັງຫຼວງ, ສຸດຍອດ, ທັນສະໄໝ, ສ້າງແມ່ທັບນ້ອຍລູກສອນໄຟ 490 ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ເປັນແບບຢ່າງທີ່ດີ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top