ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ມາຮອດ ຮ່າໂນ້ຍ ສິ້ນສຸດການເດີນທາງໄປປະຕິບັດງານຢູ່ ອາເມລິກາ ຢ່າງຈົບງາມ
ຕອນຄ່ຳວັນທີ 21 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ສະມາຊິກໃນຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນ ໂນ້ຍບ່າຍ, ນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການເດີນທາງໄປເຂົ້າຮ່ວມກອງປະຊຸມສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ ວໍຊິງຕັນ (ອາເມລິກາ) ແຕ່ວັນທີ 18 – 20 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ , ປະທານສະພາສັນຕິພາບກ່ຽວກັບເຂດກາຊາ.
ການເດີນທາງໄປປະຕິບັດງານແມ່ນການເຄື່ອນໄຫວການທູດຫຼາຍຝ່າຍ, ສາກົນໃຫຍ່ຂັ້ນສູງຄັ້ງທຳອິດຂອງພັກ ແລະ ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ຈັດຂຶ້ນສຳເລັດຜົນຢ່າງຈົບງາມ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ແລກປ່ຽນກັບການນຳຂັ້ນສູງບັນດາປະເທດ, ໃນນັ້ນ ມີການຂອງບັນດາປະເທດຢູ່ພາກພື້ນ ຕາເວັນອອກກາງ ແລະ ບັນດາປະເທດ ຢູ່ພາກພື້ນອື່ນໆເຂົ້າຮ່ວມກອງປະຊຸມ.
ເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວການທູດຫຼາຍຝ່າຍ, ສາກົນໃຫຍ່ຄັ້ງທຳອິດ ຂອງພັກ ແລະ ລັດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ແທດຈິງກວ່າ, ຖືເປັນສຳຄັນການຮັກສາສັນຕິພາບ, ສ້າງສະພາບແວດລ້ອມແຫ່ງສາກົນ ທີ່ມີສະຖຽນລະພາບ ໃຫ້ແກ່ການພັດທະນາ ແລະ ເຂົ້າຮ່ວມຢາງຕັ້ງໜ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ, ປະກອບສ່ວນຍົກສູງລະດັບດການທູດດ້ວຍຈິດໃຈຢ່າງໝັ້ນໃຈ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດ ແລະ ຄວາມຮັບຜິດຊອບຍິ່ງໃຫຍ່ກວ່າສຳລັບສັນຕິພາບ ແລະ ການພັດທະນາຂອງໂລກໃນສັງກາດໃໝ່.







