• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ເງະ​ອານ​ຕ້ອງ​ກ້າວ​ເດີ​ນ​ຢ່າງ​ເຂັ້ມ​ແຂງ ແລະ ໄກກ່​ວາ”

ກົມການເມືອງໄດ້ເຫັນດີເປັນເອກະພາບປະກາດໃຊ້ມະຕິສະບັບໃໝ່ວ່າດ້ວຍການສ້າງ ແລະ ພັດທະນາແຂວງເງະອານ ຮອດປີ 2030, ວິໄສທັດຮອດປີ 2045.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ.

ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບການປະຕິບັດມະຕິເລກທີ 26 ອອກໃນວັນທີ 30 ກໍລະກົດ ປີ 2013 ຂອງກົມການເມືອງຊຸດທີ XI ກ່ຽວກັບການກຳນົດທິດໜ້າທີ່ພັດທະນາແຂວງ ເງະອານຮອດປີ 2020.

ກົມການເມືອງໄດ້ຕີລາຄາວ່າ ພາຍຫຼັງ 10 ປີປະຕິບັດມະຕິ, ແຂວງເງະອານພວມຄ່ອຍໆມຸ່ງໄປເຖິງເປັນສູນການເງິນ, ການຄ້າ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ, ອຸດສາຫະກຳ, ເຕັກໂນໂລຢີສູງ, ການແພດ, ວັດທະນະທຳ, ກິລາ ຂອງທາງທິດເໜືອພາກກາງເທື່ອລະກ້າວ. ເຖິງຢ່າງໃດກໍ່ຕາມ, ການພັດທະນາດ້ານເສດຖະກິດຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ. ດັ່ງນັ້ນ, ກົມການເມືອງໄດ້ເຫັນດີເປັນເອກະພາບປະກາດໃຊ້ມະຕິສະບັບໃໝ່ວ່າດ້ວຍການສ້າງ ແລະ ພັດທະນາແຂວງເງະອານ ຮອດປີ 2030, ວິໄສທັດຮອດປີ 2045. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເນັ້ນໜັກວ່າ:

ຂ້າພະເຈົ້າຮຽກຮ້ອງຕ້ອງມີມາດຕະການຈັດຕັ້ງ, ຊີ້ນຳຢ່າງລະອຽດ, ຕັ້ງໜ້າ, ຂ້ຽວຂາດ, ມີປະສິດທິຜົນຢ່າງຈະແຈ້ງ. ທຸກຂັ້ນ, ທຸກຂະແໜງການຕ້ອງເຂົ້າຮ່ວມ. ເມື່ອມີມະຕິຂອງກົມການເມືອງ, ຕ້ອງສ້າງການປ່ຽນແປງໃໝ່ຢ່າງຈະແຈ້ງ. ທາງແຂວງຕ້ອງຫັນໂຄງການເຄື່ອນໄຫວເປັນລະອຽດ, ຕ້ອງມີຈິດໃຈກ້າວເດີນຢ່າງແຮງ ແລະ ໄກກ່ວາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top