ຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ,ປະທານປະເທດ ຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າຄະນະບໍລິຫານງານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດມາມ ຊຸດທີ VII, ສະໄໝ 2026 – 2031.
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າກອງປະຊຸມຄັ້ງທີ XIV ຂອງພັກເປັນຄັ້ງທຳອິດກຳນົດ “ຍູ້ແຮງການທູດ, ການເຊື່ອມໂຍງເຂົ້າກັບສາກົນແມ່ນບັນຫາຈຸດສຸມ, ເປັນປະຈຳ”. ໃນພື້ນຖານການຕ່າງປະເທດຮອບດ້ານ, ທັນສະໄໝ, ເປັນມືອາຊີບ ໂດຍໄດ້ສ້າງຂຶ້ນບົນສາມເສົາຄ້ຳ: ການທູດພັກ, ການທູດລັດ ແລະ ການທູດປະຊາຊົນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແມ່ນກຳລັງຫຼັກແຫຼ່ງ, ສະເພາະກິດ ຂອງເສົາຄ້ຳການທູດປະຊາຊົນ. ທ່ານ ໂຕເລິມ ສະເໜີຄະນະບໍລິຫານງານຊຸດທີ VII ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຕ້ອງຍົກສູງຄວາມສາມາດຄົ້ນຄ້ວາ ແລະ ເປັນເສນາທິການ. ທ່ານໃຫ້ຮູ້ວ່າ:
ວົງການຍອດຢ້ຽມ ຕ້ອງຕິດພັນກັບ ມະຫາຊົນເພື່ອສ້າງ ທ່າຮົບແຫ່ງຈິດໃຈປະຊາຊົນສາກົນ. ຕ້ອງເປີດກວ້າງການພົວພັນກັບບັນດາສະມາຊິກລັດຖະສະພາ, ນັກຮຽນຮູ້, CEO ສາກົນ, ແຕ່ກົກເຄົ້າເຫງົ້າກໍແຫ່ງແຫຼ່ງກຳລັງແຮງຂອງການທູດປະຊາຊົນຍັງແມ່ນປະຊາຊົນ. ເພາະສະນັ້ນ, ຕ້ອງປູກລ້ຽງນ້ຳໃຈຂອງປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນໄວໜຸ່ມ. ມີພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດປະມານ 6,5 ລ້ານຄົນ ແມ່ນຂົວເຊື່ອມຕໍ່ລະຫວ່າງ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ກັບຄວາມສາມັກຄີ, ການສະໜັບສະໜູນຂອງປະຊາຊົນໂລກ”. ຈົ່ງສ້າງເງື່ອນໄຂເພື່ອໃຫ້ພູມປັນຍາ, ນັກທຸລະກິດຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບສ່ວນ ແລະ ກາຍເປັນບັນດາທູດທີ່ມີເຈດຕະນາດີ ຂອງປະເທດຊາດ. ຄວາມຜູກພັນລະຫວ່າງວົງການຍອດຢ້ຽມ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນຈະສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການທູດປະຊາຊົນ.






