ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ພົບປະສັງສັນ ແລະ ອວຍພອນບັນດາສະຫາຍການນຳ, ອະດີດການນຳ ພັກ, ລັດ

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ:
“ຫວຽດນາມ ສູ້ສົນປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃຫ້ຢູ່ໃນລະດັບສູງສຸດ; ຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ. ສືບຕໍ່ພັດທະນາບັນດາຂົງເຂດວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ; ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການໜູນຊ່ວຍສັງຄົມ ແລະ ສະຫວັດດີການສັງຄົມ, ປັບປຸງຊີວິດການເປັນຢູ່ໃຫ້ປະຊາຊົນ. ເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ; ປະຕິຮູບການບໍລິຫານ, ປະຕິຮູບດ້ານຕຸລາການ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ; ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ.”
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ສະເໜີໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຄຸນນະທາດ ແລະ ພູມປັນຊາຂອງ ຫວຽດນາມ, ມູນເຊື້ອຂອງຊາດ; ພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຫັນກາລະໂອກາດໃຫ້ເປັນພຶດຕິກຳຕົວຈິງ, ສ້າງສາປະເທດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ວັດທະນາຖາວອນ ແລະ ຜາສຸກ.
(ແຫຼ່ງຄັດຈາກ VOV)