ຂ່າວສານ
ທ່ານເລຂາທິການໃຫຍ່ໂຕເລິມ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່,ປະທານປະເທດ ສປ.ຈີນ ສີຈິ້ນຜິງ
ວັນທີ 26 ມັງກອນ, ຈາກຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ສປ. ຈີນ ສີຈິ້ນຜິງ. ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນກັບຈີນ, ທ່ານເນັ້ນໜັກວ່າ ການພົວພັນ ຫວຽດນາມ - ຈີນ ຕ້ອງສືບຕໍ່ແມ່ນເສົາຄ້ຳສະຖຽນລະພາບ, ຍາວນານ, ຕິດພັນຍຸດທະສາດອັນເລິກເຊິ່ງ. ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ພ້ອມກັບພັກ ແລະ ລັດ ຈີນ ຮັດແໜ້ນການພົວພັນສອງປະເທດບ້ານໃກ້ເຮືອນຄຽງໃຫ້ຫຼາຍກ່ວາອີກພາຍໃຕ້ການຊີ້ນຳນຳພາຂອງພັກ, ການຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນບົນເສັ້ນທາງຫັນບັນດາຄາດຫວັງ, ວິໄສທັດພັດທະນາ ເຊິ່ງສອງພັກ, ສອງລັດກຳນົດໃຫ້ປະກົດຜົນເປັນຈິງ.
ສ່ວນທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ ຊີ້ແຈ້ງວ່າ ຈີນ ພ້ອມກັບພັກ ແລະ ລັດ ຫວຽດນາມ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເລິກເຊິ່ງກວ່າອີກ, ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ ຫວຽດນາມທີ່ມີຄວາມໝາຍຍຸດທະສາດຢູ່ລະດັບສູງໃໝ່.








