• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂຕ​ເລິມ ເຮັດ​ວຽກ​ກັບ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ພັກ

ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນບົດບາດສຳຄັນຂອງຄະນະເສດຖະກິດສູນກາງພັກ ແມ່ນອົງການເປັນເສນາທິການຍຸດທະສາດຂອງພັກ ໃນການວາງ ກຳນົດແນວທາງ, ແຜນນະໂຍບາຍຂອງພັກ ໃນວິວັດການພັດທະນາເສດຖະກິດສັງຄົມ ຂອງປະເທດຊາດ.
ທ່ານເລຂາທິການໃຫຍ່ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ໂຕເລິມໄດ້ເປັນປະທານການເຮັດວຽກກັບຄະນະເສດຖະກິດສູນກາງພັກ ກ່ຽວກັບໝາກຜົນຂອງການປະຕິບັດໜ້າທີ່ນັບແຕ່ຕົ້ນອາຍຸການ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມາຮອດປັດຈຸບັນ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນບົດບາດສຳຄັນຂອງຄະນະເສດຖະກິດສູນກາງພັກ ແມ່ນອົງການເປັນເສນາທິການຍຸດທະສາດຂອງພັກ ໃນການວາງ ກຳນົດແນວທາງ, ແຜນນະໂຍບາຍຂອງພັກ ໃນວິວັດການພັດທະນາເສດຖະກິດສັງຄົມ ຂອງປະເທດຊາດ. ທ່ານສະເໜີວ່າ:

ໜ້າທີ່ບົດບາດຂອງຄະນະແມ່ນສຳຄັນທີ່ສຸດ. ຄະນະຕ້ອງເປັນເຈົ້າການ, ຕັ້ງໜ້າ, ມອງກວ້າງມອງໄກ, ເປັນເຈົ້າການໃນການເປັນເສນາທິການ, ສະເໜີບັນດາມາດຕະການຊີ້ນຳບໍລິຫານເພື່ອພັດທະນາປະເທດຢ່າງມີສະຖຽນລະພາບ ແລະ ຍາວນານໃນໄລຍະຈະມາເຖິງ.

ຕາມຄະນະເສດຖະກິດສູນກາງພັກແລ້ວ, ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ມາຮອດປັດຈຸບັນ, ຄະນະໄດ້ເປັນເຈົ້າການໃນການກໍ່ສ້າງ ແລະ ບູລະນະສຳເລັດ 23 ແຜນຮ່າງກ່ຽວກັບເສດຖະກິດ -ສັງຄົມເພື່ອຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top