• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິກ​ານໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ອີ​ຣານ ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ

ວັນທີ 22 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າ ອີຣານຕ້ອງມີບາດກ້າວທຳອິດໃນການປັບປຸງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ອາເມລິກາ ດ້ວຍວິທີການຢັ້ງຢືນບໍ່ພັດທະນາອາວຸດນິວເຄຼຍ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Reuters)

ໂດຍປຶກສາສະພາບການຢູ່ພາກຕາເວັນອອກກາງ ທີ່ເວທີປາໄສເສດຖະກິດໂລກຢູ່ນະຄອນ Davos, ສະວິດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຫວັງວ່າ ບັນດາຝ່າຍຢູ່ເຂດກາຊາ ຈະເຫັນໄດ້ວ່າ ຂໍ້ຕົກລົງຢຸດຍິງຕະຫຼອດໄປຈະສາມາດເປີດເສັ້ນທາງເຈລະຈາກ່ຽວກັບວິທີການສອງລັດ. ທ່ານເລຂາທິການໃຫຍ່ ກໍ່ຮຽກຮ້ອງໃຫ້ບັນດາປະເທດຫຼຸດຜ່ອນບັນດາຄຳສັ່ງລົງໂທດຕໍ່ຊີຣີລົງ. ເຖິງຢ່າງໃດກໍຕາມ, ທ່ານ Antonio Guterres ເນັ້ນໜັກເຖິງ ການພົວພັນລະຫວ່າງ ອີຣານ ກັບ ອິດສະລາແອັນ ແລະ ອາເມລິກາ. ຕາມທ່ານ Antonio Guterres ແລ້ວ, ອີຣານ ຕ້ອງລົບລ້າງອາວຸດນິວເຄຼຍ ພ້ອມທັງເຂົ້າຮ່ວມການເຈລະຈາຢ່າງສ້າງສັນກັບບັນດາປະເທດອື່ນໆໃນພາກພື້ນ.

ໃນຂະນະນັ້ນ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນໃຫ້ຮູ້ວ່າ ອີຣານ ພວມຍູ້ແຮງໂຄງການເສີມທາດ ຢູຣານຽມ ໃກ້ລະດັບອາດສາມາດຜະລິດອາວຸດ. ຕາມ ອີຣານແລ້ວ, ໂຄງການນິວເຄຼຍຂອງປະເທດນີ້ພຽງແຕ່ເພື່ອເປົ້າໝາຍສັນຕິພາບ ແລະ ປະເທດນີ້ມີສິດເສີມທາດ ຢູຣານຽມຢູ່ບໍ່ວ່າລະດັບໃດ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top