• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ພົບ​ປະ​ສອງ​ຝ່າຍ​ຢູ່ ສັບ​ປະດາ​ຂັ້ນ​ສູງກອງ​ປະ​ຊຸມ​ຄັ້ງ​ທີ 74 ສະ​ມັດ​ຊາ​ໃຫ​ຍ່ ສ​ປ​ຊ

ວັນທີ 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວເນື່ອງໃນໂອກາດເຂົ້າຮ່ວມ ວາລະກອງປະຊຸມປຶກສາຫາລືລວມຂັ້ນສູງກອງປະຊຸມຄັ້ງທີ 74 ສະມັດຊາໃຫຍ່ ສປຊ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໃຫ້ການຕ້ອນຮັບ ທ່ານ David Hale ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ອາເມລິກາ (ພາບ: TTXVN)

ໃນບັນດາການພົບປະສອງຝ່າຍ, ທ່ານນາຍົກລັດຖະມົນຕີສາທາລະນະລັດ ອູກັນດາ, ທ່ານນາຍົກລັດຖະມົນຕີປະເທດເກາະ ແຊັງແວັງຊັງ, ທ່ານ ລັດຖະມົນຕີການຕ່າງປະເທດ ອານເຊຣີ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາລ້ວນແຕ່ສະແດງອາລົມຈິດຢ່າງເລິກເຊິ່ງກັບ ຫວຽດນາມ, ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ສະເໜີວ່າ ຫວຽດນາມ ດ້ວຍບັນດາມາດຕະການເພື່ອແນໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການພົວພັນແລກປ່ຽນປະຊາຊົນ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ…

        ທີ່ການຕ້ອນຮັບທ່ານ David Hale ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ ສອງຝ່າຍສົມທົບກັນເພີ່ມທະວີການພົບປະ ແລະ ສົນທະນາ, ເປັນຕົ້ນແມ່ນຂັ້ນສູງ, ເຮັດໃຫ້ຂອບເຂດການພົວພັວດ້ານການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ…ໃຫ້ເລິກເຊິ່ງ ແລະ ເປີດກວ້າງ ກວ່າ, ເພີ່ມທະວີການຮ່ວມມືໃນບັນດາບັນຫາສາກົນ ແລະ ພາກພື້ນ. ສ່ວນ ທ່ານ David Hale ໄດ້ສະແດງຄວາມດີໃຈຕໍ່ການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ ສອງປະເທດໃນໄລຍະທີ່ຜ່ານມາ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ອາເມລິກາມີຜົນປະໂຫຍດໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ, ເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ປາດຖະໜາວ່າ ສອງຝ່າຍຈະຮັກສາການພົບປະກັນໃນທຸກຂັ້ນ, ມີການທາບທາມຄຳເຫັນເປັນປະຈຳ ແລະ ສົມທົບກັນໃນການພົວພັນສອງຝ່າຍກໍ່ຄືບັນດາເວທີປາໄສຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top