• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ: ສືບ​ຕໍ່​ເພີ່ມ​ທະ​ວີ​ຄຸນ​ຄ່າ​ປ່າ​ຜະ​ລິດ​ໃນ​ເນື້ອ​ທີ່​ກົມ​ກອງ

ຕອນເຊົ້າວັນທີ 29 ມີນາ, ຢູ່ແຂວງບິ່ງດິ້ງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງບິ່ງດິ້ງ ຈັດຕັ້ງກອງປະຊຸມຄະນະຊີ້ນຳແຫ່ງລັດ ກ່ຽວກັບ ໂຄງການເປົ້າໝາຍພັດທະນາປ່າໄມ້ແບບຍືນຍົງ ໄລຍະ ປີ 2016-2020.

ກອງປະຊຸມຄະນະຊີ້ນຳແຫ່ງລັດ ກ່ຽວກັບ ໂຄງການເປົ້າໝາຍພັດທະນາປ່າໄມ້ແບບຍືນຍົງ ໄລຍະ ປີ 2016-2020 

ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະຕິບັດໃນປີ 2018 ແລະ ແຜນການຜັນຂະຫຍາຍປີ 2019 ຂອງໂຄງການເປົ້າໝາຍພັດທະນາປ່າໄມ້ແບບຍືນຍົງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ບັນດາກະຊວງ, ຂະແໜງການທ້ອງຖິ່ນ ຕ້ອງສືບຕໍ່ປະຕິບັດແຜນນະໂຍບາຍປິດປະຕູປ່າ ຂອງທ່ານນາຍົກລັດຖະມົນຕີໃຫ້ ເຂັ້ມງວດ, ບໍ່ຂຸດຄົ້ນໄມ້ປ່າທຳມະຊາດ; ຊີ້ນຳບັນດາກົມກອງຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ, ຄົບຊຸດ ເພື່ອແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ເສີມຂະຫຍາຍຄຸນຄ່າຂອງປ່າແຕ່ລະປະເພດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກ່າວວ່າ

       ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາສະມາຊິກຄະນະຊີ້ນຳ ສຸມໃສ່ຄຸ້ມຄອງຢ່າງແໜ້ນແຟ້ນ ກ່ຽວກັບເລື່ອງຫັນປ່ຽນເປົ້າໝາຍການນຳໃຊ້ປ່າໄປສູ່ເປົ້າໝາຍອື່ນ. ພວກເຮົາບໍ່ຕ້ອງຫັນປ່ຽນເປົ້າໝາຍການນຳໃຊ້ປ່າ, ແຕ່ປ່າແມ່ນເປົ້າໝາຍເພື່ອຮັບໃຊ້ມະນຸດສ້າງສະພາບແວດລ້ອມທີ່ດີ ແລະ ສົມທົບກັບການພັດທະນາເສດຖະກິດເພື່ອຜົນປະໂຫຍດຂອງມະນຸດ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top