• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິງ​ຢຸງ ໃຫ້​ການ​ຕ້ອນ​ຮັບ​ຮອງ​ເຈົ້າ​ແຂວງ​ ແຂ​ວງ ກ໋ວາງ​ຕຸງ, ຈີນ

ວັນທີ 27 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ ເອົາຢ໊າງເວ້ມິ໊ນ ຮອງເຈົ້າແຂວງ ແຂວງກ໋ວາງຕຸງ.
 
ທ່ານ ຮອງນາຍົກລັດຖະມົນຕີ ຈິງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ ເອົາຢ໊າງເວ້ມິ໊ນ ຮອງເຈົ້າແຂວງ ແຂວງກ໋ວາງຕຸງ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິງຢຸງ ໄດ້ຕີລາຄາສູງໝາກຜົນຂອງການພັດທະນາເສດຖະກິດ - ສັງຄົມ ຂອງ ແຂວງກ໋ວາງຕຸງ, ພ້ອມທັງຢັ້ງຢືນວ່າ ຫວຽດນາມມີຄວາມສົນໃຈທີ່ສຸດ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືມິດຕະພາບ, ແທດຈິງ ລະຫວ່າງ ບັນດາ ກະຊວງ, ຂະແໜງການ, ທ້ອງຖິ່ນ ກັບແຂວງກ໋ວາງຕຸງຫຼາຍທີ່ສຸດ.

        ໂດຍເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ທ່ານຈິ້ງດິງຢຸງ ສະເໜີໃຫ້ແຂວງ ກ໋ວາງຕຸງ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ສິນຄ້າ ຫວຽດນາມ, ເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນທີ່ເປັນທ່າແຮງຂອງ ຫວຽດນາມ, ເປັນຕົ້ນແມ່ນຜະລິດຕະພັນກະເສດຄື ເຂົ້າ, ໝາກໄມ້, ນ້ຳນົມ…ພ້ອມທັງສົ່ງເສີມໃຫ້ບັນດາວິສາຫະກິດໃຫຍ່, ແລະ ມີອິດທິພົນຊື່ສຽງຂອງ ແຂວງກ໋ວາງຕຸງ ມາລົງທຶນເຂົ້າ ຫວຽດນາມ.

        ສ່ວນທ່ານ ເອົາຢ໊າງເວ້ມິ໊ນ ຮອງເຈົ້າແຂວງ ແຂວງກ໋ວາງຕຸງ ໄດ້ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ແຂວງກ໋ວາງຕຸງ ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ຢ່າງແໜ້ນແຟ້ນ, ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສ້າງເງື່ອນໄຂສະດວກກ່ຽວກັບການຕະຫຼາດໃຫ້ແກ່ບັນດາສິນຄ້າສົ່ງອອກຂອງ ຫວຽດນາມ, ພ້ອມທັງເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຮ່ວມມືໃນບັນດາຂົງເຂດຄື ວັດທະນະທຳ, ການສຶກສາ, ວິທະຍາສາດ.

(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top