• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຫງວຽນ​ຮ​ວ່າ​ບິ່ງ ກວດ​ກາ​ໂຄງ​ການ​ສ້າງ​ເສັ້ນ​ທາງ​ດ່ວນເໜືອ - ໃຕ້​ທາງ​ທິດ​ຕາ​ເວັນ​ອອກ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈກຳມະກອນທີ່ພວມເຮັດວຽກໂດຍກົງຢູ່ກິດຈະກຳ ພ້ອມທັງສະເໜີບັນດາຜູ້ຮັບເໝົາຕ້ອງຄວບຄຸມຄຸນນະພາບຂອງກິດຈະກຳຢ່າງເຂັ້ມງວດ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າຂອງບັນດາກິດຈະກຳ, ເຮັດໄວແຕ່ຕ້ອງຄົບທຸກຂັ້ນຕອນ ແລະ ຮັບປະກັນຄຸນນະພາບ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ລົງກວດກາຄວາມຄືບໜ້າຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງດ່ວນ (ພາບ: VOV)
ຕອນບ່າຍວັນທີ 06 ມິຖຸນາ, ຢູ່ແຂວງ ບິ່ງດິ້ງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ລົງກວດກາຄວາມຄືບໜ້າຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງດ່ວນ ຕອນ ກຸຍເຍິນ - ຈິແທັ້ງ ແລະ ຮັບຟັງການລາຍງານຄວາມຄືບໜ້າຂອງບັນດາໂຄງການເສັ້ນທາງດ່ວນ ຮວ່າລຽນ - ຕຸຍລວານ, ກວາງງາຍ - ຮວ່າຍເຍີນ, ຮວ່າຍເຍີນ - ກຸຍເຍິນ ຂຶ້ນກັບໂຄງການກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ທາງທິດຕາເວັນອອກໄລຍະ 2021 – 2025. ໃນການກວດກາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈກຳມະກອນທີ່ພວມເຮັດວຽກໂດຍກົງຢູ່ກິດຈະກຳເສັ້ນທາງດ່ວນ ກຸຍເຍິນ - ຈີແທັ້ງ; ສະເໜີບັນດາຜູ້ຮັບເໝົາຕ້ອງຄວບຄຸມຄຸນນະພາບຂອງກິດຈະກຳຢ່າງເຂັ້ມງວດ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າຂອງບັນດາກິດຈະກຳ, ເຮັດໄວແຕ່ຕ້ອງຄົບທຸກຂັ້ນຕອນ ແລະ ຮັບປະກັນຄຸນນະພາບ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top