• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮວ່າ​ບິ່ງ ​ເຮັດ​ວຽກກັບ​ການ​ນໍາ​ແຂວງ​ດັກ​ລັກ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ສະເໜີໃຫ້ແຂວງ ດັກລັກ ສືບຕໍ່ປະຕິບັດການປູກປ່າ, ປົກປັກຮັກສາ ແລະ ຂະຫຍາຍເນື້ອທີ່ປ່າ, ລົງທຶນອຸດສາຫະກໍາເຂົ້າໃນການປຸງແຕ່ງເຄື່ອງປ່າຂອງດົ່ງ; ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກໍາ...

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ການເຮັດວຽກ

ຕອນບ່າຍວັນທີ 28 ກຸມພາ, ກ່າວຄໍາເຫັນທີ່ການເຮັດວຽກກັບການນໍາຫຼັກແຫຼ່ງແຂວງດັກລັກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ສະເໜີໃຫ້ແຂວງ ດັກລັກ ສືບຕໍ່ປະຕິບັດການປູກປ່າ, ປົກປັກຮັກສາ ແລະ ຂະຫຍາຍເນື້ອທີ່ປ່າ, ລົງທຶນອຸດສາຫະກໍາເຂົ້າໃນການປຸງແຕ່ງເຄື່ອງປ່າຂອງດົ່ງ; ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກໍາ; ດຶງດູດນັກລົງທຶນພັດທະນາບັນດາໂຄງການພະລັງງານສະອາດຈາກແສງອາທິດ ແລະ ພະລັງແຮງລົມ ໄຕງວຽນ; ຕິດພັນໜ້າທີ່ພັດທະນາເສດຖະກິດ ກັບການຮັກສາເສີມຂະຫຍາຍວັດທະນະທໍາທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າສ່ວນໜ້ອຍ, ສ້າງເງື່ອນໄຂພັດທະນາການທ່ອງທ່ຽວ... ພ້ອມກັນນັ້ນ, ແຂວງດັກລັກ ກໍ່ຄວນສືບຕໍ່ສ້າງເຂດຊາຍແດນມີຄວາມສະຫງົບ ແລະ ມິດຕະພາບ; ກໍ່ສ້າງການພັດທະນານະຄອນ ບວນມາທວັດ ໃຫ້ສົມກັບເປັນຕົວເມືອງໃຈກາງຂອງເຂດ ໄຕງວຽນ.

        ເນື່່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ມອບທຶນສົ່ງເສີມການຮຽນໃຫ້ແກ່ແຂວງດັກລັກ ເປັນເງິນ 100 ລ້ານດົ່ງ ເພື່ອເບິ່ງແຍງດູແລໃຫ້ແກ່ນັກຮຽນ, ເດັກນ້ອຍຊົນເຜົ່າສ່ວນໜ້ອຍ ແລະ ມອບຈໍານວນເງິນ 200 ລ້ານດົ່ງ ເພື່ອໜູນຊ່ວຍການກໍ່ສ້າງເຮືອນມະຫາສາມັກຄີຢູ່ ແຂວງດັກລັກ. 

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top