• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເຮັດ​ວຽກກັບ​ແຂວງ ຫວິ​ງຟຸກ ກ່ຽວກັບ​ວຽກງານ​ປ້ອງ​ກັນ​​ໂລກລະບາດ

ລັດຖະບານຈະສ້າງຕັ້ງ ໜ່ວຍປະຕິບັດງານປະຈໍາ ຫວິງຟຸກ ເພື່ອໜູນຊ່ວຍ, ສະໜອງອຸປະກອນການແພດ, ໜູນຊ່ວຍດ້ານວິຊາການ ແລະ ເຕັກນິກການປິ່ນປົວ... ເພື່ອໃຫ້ວຽກງານປ້ອງກັນ, ຕ້ານເຊື້ອພະຍາດບັນລຸປະສິດທິຜົນ. 

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມກ່າວຄໍາເຫັນທີ່ການເຮັດວຽກ (ພາບ: VGP)

ວັນທີ 10 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາວຽກງານປ້ອງກັນ, ຕ້ານເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ ໄດ້ມີການເຮັດວຽກກັບແຂວງຫວິງຟຸກ ກ່ຽວກັບສະພາບການຜັນຂະຫຍາຍວຽກງານປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ. ປັດຈຸບັນ, ແຂວງຫວິງຟຸກ ມີທັງໝົດ 9 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.

        ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈວ່າ ແຂວງ ຫວິງຟຸກ ຈົ່ງສືບຕໍ່ຄວບຄຸມເຊື້ອພະຍາດດັ່ງກ່າວໃຫ້ມີປະສິດທິຜົນ; ບໍ່ປະໃຫ້ເຊື້ອພະຍາດດັ່ງກ່າວແຜ່ລາມໄປອີກ; ບຸລິມະສິດວຽກງານເອົາໃຈເບິ່ງແຍງດູແລ, ປົກປ້ອງຜູ້ເຖົ້າ, ເດັກນ້ອຍ, ຜູ້ມີສຸຂະພາບອ່ອນເພຍ.... ຢູ່ທ້ອງຖິ່ນ. ລັດຖະບານຈະສ້າງຕັ້ງ ໜ່ວຍປະຕິບັດງານປະຈໍາ ຫວິງຟຸກ ເພື່ອໜູນຊ່ວຍ, ສະໜອງອຸປະກອນການແພດ, ໜູນຊ່ວຍດ້ານວິຊາການ ແລະ ເຕັກນິກການປິ່ນປົວ... ເພື່ອໃຫ້ວຽກງານປ້ອງກັນ, ຕ້ານເຊື້ອພະຍາດບັນລຸປະສິດທິຜົນ. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top