• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫຼາຍ​ປະ​ເທດ

ວັນທີ 1 ແລະ 2 ກຸມພາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 24 ແລະ ເວທີປາໄສລັດຖະມົນຕີມະຫາສະໝຸດອິນເດຍ-ປາຊີຟິກ ຄັ້ງທີ 3 ຢູ່ ບຣຸກແຊນ ປະເທດແບນຊິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີຫຼາຍປະເທດ.
ທ່່ານລັດຖະມົນຕີ ບຸ່ຍແທັງເຊີນ (ພາບ: TTXVN)

ໃນການພົບປະກັບທ່ານ Xavier Bettel ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ລຸກຊຳບວກ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສົມທົບກັນຊຸກຍູ້ບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫຼືອ ໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ ແລະ ຍົກເລິກບັດເຫຼືອງ IUU ຂອງຄະນະກຳມະການ ເອີລົບ (EC)  ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.

ທີ່ການພົບປະກັບທ່ານ Tim Watts ລັດຖະມົນຕີການຕ່າງປະເທດ ອົດສະຕາລີ, ສອງຝ່າຍເຫັນດີເປັນເອກະພາບ ຈະຊຸກຍູ້ ຍົກລະດັບການພົວພັນສອງຝ່າຍ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ, ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ທີ່ສອງຝ່າຍຕ່າງກໍ່ມີຄວາມສົນໃຈ.

ໃນວັນດຽວກັນ, ທ່່ານລັດຖະມົນຕີ ບຸ່ຍແທັງເຊີນ ຍັງໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຊິບ, ລັດຖະມົນຕີການຕ່າງປະເທດ ບັງກລາເທດ, ທ່ານເລຂານຸການໃຫ່ຍ ສະຫະສະມາຄົມບັນດາປະເທດແລວມະຫາສະໝຸດອິນເດຍ (IORA)  ເພື່ອແລກປ່ຽນບັນດາບັນຫາລະອຽດ ຊຸກຍູ້ການພົວພັນສອງຝ່າຍ ກໍ່ຄືສົມທົບກັນໃນບັນດາກົນໄກພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ບູລະນະບັນດາຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍ ແລະ ປະຕິຮູບຕຸລາການໃຫ້ສົມບູນແບບ

ບູລະນະບັນດາຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍ ແລະ ປະຕິຮູບຕຸລາການໃຫ້ສົມບູນແບບ

ການສ້າງລະບອບລະບຽບການກົດໝາຍ ແລະ ອົງການປະຕິບັດກົດໝາຍໃຫ້ສົມບູນແບບ ຕ້ອງເປັນເອກະພາບ, ໃນນັ້ນ, ການປະຕິບັດກົດໝາຍ, ການປະຕິຮູບຕຸລາການບໍ່ອາດຢືນຢູ່ນອກບັນດາໂຄງການສ້າງລະບອບລະບຽບການຂອງກົດໝາຍໃຫ້ສົມບູນແບບ.

Top