• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽນ ໃຫ້​ການ​ຕ້ອນ​ຮັບ​ທູດ​​ທະ​ຫານ ສ​ປ​ປ.ເກົາຫຼີ

ຕອນເຊົ້າວັນທີ 17 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Kim Myong Chol, ທູດທະຫານ ສປປ.ເກົາຫຼີ ປະຈຳຫວຽດນາມ.
ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານພັນເອກ Kim Myong Chol, ທູດທະຫານ ສປປ.ເກົາຫຼີ ປະຈຳຫວຽດນາມ (ພາບ: qdnd.vn)

ກ່າວຄຳຫັນທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສປປ.ເກົາຫຼີເປັນສຳຄັນ, ພ້ອມທັງຖືວ່າ ການຮ່ວມມືຢ່າງຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແມ່ນປະຖົມປັດໄຈ ແລະ ພື້ນຖານເພື່ອ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ສອງຝ່າຍໃຫ້ເປີດກວ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ທ່ານພົນໂທ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານ ພັນເອກ Kim Myong Chol, ໃນການຊຸກຍູ້ການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາ, ທ່ານກໍ່ເຊື່ອໝັ້ນວ່າ ທ່ານພັນເອກ Kim Myong Chol, ຈະສືບຕໍ່ມີການປະກອບສ່ວນທີ່ຕັ້ງໜ້າຫຼາຍຢ່າງເພື່ອຊຸກຍູ້ການພົວພັນສອງປະເທດໃນທຸກຂົງເຂດ.

ສ່ວນທ່ານ ພັນເອກ Kim Myong Chol, ໄດ້ສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ ແລະ ສະໜັບສະໜູນຂອງ ກະຊວງປ້ອງກັນປະເທດ ຫວຽດນາມ ໃນການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ພ້ອມທັງຢັ້ງຢືນວ່າ ໃນຖານະ ຄວາມຮັບຜິດຊອບຂອງຕົນ ຈະມານະພະຍາຍາມຊຸກຍູ້, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ຮັບຄວາມເຫັນດີເປັນເອກະພາບລະຫວ່າງສອງຝ່າຍ, ປະກອບສ່ວນສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top