• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ການ​ນຳ​ວິ​ສາ​ຫະ​ກິດ ສ.ເກົາຫຼີ

ທີ່ບັນດາການພົບປະ, ທ່ານ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນແຜນການເປີດກວ້າງການລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມອບຂອງຂວັນ ໃຫ້ແກ່ການນຳກຸ່ມບໍລິສັດ Samsung Electronics (ພາບ: TTXVN)

ຕອນເຊົ້າວັນທີ 13 ທັນວາ, ໃນຂອບເຂດການຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ປະເທດນີ້ ລວມມີ ທ່ານຮອງປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung Electronics Han Jong-hee, ທ່ານປະທານສະພາບໍລິຫານກຸ່ມບໍລິສັດ SK Choi Tae-won, ທ່ານ ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Lotte Shopping ແລະ Lotte Mart Kang Sung-hyun. 

ທີ່ບັນດາການພົບປະ, ທ່ານ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນແຜນການເປີດກວ້າງການລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ສະເໜີໃຫ້ບັນດາກຸ່ມບໍລິສັດມີຍຸດທະສາດ ແລະ ວິທີການຢ່າງລະອຽດ ເພື່ອໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນການຜະລິດ ແລະ ແກ້ງແຍ້ງ ເພື່ອມີຄວາມສາມາດຢ່າງພຽງພໍເມື່ອເຂົ້າຮ່ວມລະບົບສະໜອງສິນຄ້າທົ່ວໂລກ.

ແລກປ່ຽນກັບ ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ, ການນຳບັນດາກຸ່ມບໍລິສັດ, ວິສາຫະກິດ ສ.ເກົາຫຼີ ຕີລາຄາສູງບັນດາຜົນງານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຮັກສາການພັດທະນາເສດຖະກິດຂອງຫວຽດນາມ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມໃນປັດຈຸບັນ, ຫວຽດນາມ ຈະສືບຕໍ່ ແມ່ນສະຖານທີ່ທີ່ດູດດື່ມໃຈສຳລັບນັກລົງທຶນຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).

Top